2
| |

ທັດສະນະສຶກສາໃຫ້ແກ່ນັກຂ່າວພາກກາງ ປະຈຳປີ 2026 ທີວັງວຽງ, ແຂວງວຽງຈັນ

ໃນວັນທີ 24-27 ມິຖຸນາ 2026 ທີ່ຜ່ານມາ, ໂຄງການ GAMCIL ໄດ້ນຳພາຕາງງໜ້ານັກຂ່າວຈາກ 4 ແຂວງພາກກາງ ແລະ ຜູ້ນໍາໃຊ້ສື່ອອນລາຍ ໄດ້ລົງພື້ນທີ່ທັດສະນະສຶກສາທີ່ ຖໍ້ານາງຟ້າ ເພື່ອສຶກສາຮຽນຮູ້ຕົວຈິງກ່ຽວກັບການເຮັດທຸລະກິດທີ່ຕິດພັນກັບການອະນຸລັກ. ຈຸດເດັ່ນຄືການໃຫ້ຊຸມຊົນມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດ, ໄດ້ໄປເກັບຂໍ້ມູນການບໍລິຫານຈັດການຂີ້ເຫຍື້ອຢ່າງມີລະບົບ ແລະ ການພາທ່ຽວຊົມສວນທຸລຽນປອດສານພິດ ທີ່ທັງແຊບທັງປອດໄພ.

ນອກຈາກການລົງພື້ນທີ່ແລ້ວ ພວກເຮົາຍັງໄດ້ຮ່ວມກິດຈະກຳລະດົມສະໝອງ, ວາງແຜນ ແລະ ຕັດສິນໃຈຮ່ວມກັນເປັນທີມ ເຊິ່ງທຸກຄົນໄດ້ຮ່ວມຖອດຖອນບົດຮຽນ ແລະ ໃຫ້ຄຳເຫັນຢ່າງກົງໄປກົງມາ ຖືເປັນການສ້າງເຄືອຂ່າຍຄົນເຮັດສື່ທີ່ມີພະລັງ ແລະ ພ້ອມທີ່ຈະຂັບເຄື່ອນສັງຄົມສີຂຽວໄປນຳກັນ.