1
|

ກິດຈະກຳເກັບຂີ້ເຫຍື້ອ ຂອງໂຄງການ GAMCIL ທີ່ນະຄອນປາກເຊ, ແຂວງຈຳປາສັກ

ວັນທີ 8 ມິຖຸນາ 2026 – ໃນເຊົ້າມື້ນີ້, ບໍລິເວນທາງຂຶ້ນ ແລະ ຈຸດຊົມວິວພູສະເຫຼົ້າ ນະຄອນປາກເຊ ໄດ້ເຕັມໄປກຸ່ມໄວໜຸ່ມຈິດອາສາຈາກ ໂຄງການ “ມື້ລະຖົງ” ແລະ ລາຍການວິທະຍຸ “ເປີດໃຈໄວໜຸ່ມ” ທີ່ພ້ອມພຽງຮຽງໜ້າກັນມາເຮັດກິດຈະກຳເກັບຂີ້ເຫຍື້ອ ເພື່ອຄືນຄວາມສະອາດງາມຕາໃຫ້ກັບສະຖານທີ່ທ່ອງທ່ຽວສັກສິດຄູ່ບ້ານຄູ່ເມືອງ.

ນ້ອງໆ ທຸກຄົນຕ່າງມີເປົ້າໝາຍດຽວກັນ ຄື: “ຢາກເຫັນບ້ານເກີດຂອງພວກເຮົາສະອາດ ແລະ ເປັນລະບຽບຮຽບຮ້ອຍ”. ພາບຂອງການຊ່ວຍເຫຼືອກັນຢ່າງບໍ່ຮູ້ອິດຮູ້ເມື່ອຍໃນມື້ນີ້ ບໍ່ວ່າຈະເປັນຍິງ ຫຼື ຊາຍ, ໄວຮຽນ ຫຼື ໄວເຮັດວຽກ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ: ບໍ່ວ່າເພດໃດ ຫຼື ກຸ່ມຄົນໃດ, ເຮົາທຸກຄົນລ້ວນແຕ່ເປັນບົດບາດຫຼັກສຳຄັນໃນການຮ່ວມລົງມືເຮັດໃຫ້ບ້ານເຮົາມີພື້ນທີ່ສະອາດ.

ການປ່ຽນແປງຂອງສັງຄົມບໍ່ໄດ້ຂຶ້ນກັບໃຜຄົນໜຶ່ງ, ແຕ່ມັນເລີ່ມຕົ້ນຈາກພະລັງຄວາມສາມັກຄີ ແລະ ການລົງມືເຮັດແທ້ຂອງພວກເຮົາທຸກຄົນ.

ຂໍຕົບມືຊົມເຊີຍ ໂຄງການມື້ລະຖົງ, ລາຍການວິທະຍຸເປີດໃຈໄວໜຸ່ມ ແລະ ນ້ອງໆ ອາສາສະໝັກທຸກຄົນ ທີ່ເປັນແບບຢ່າງອັນດີງາມ ແລະ ເປັນແຮງຂັບເຄື່ອນໃຫ້ສັງຄົມເຮົາໜ້າຢູ່ຂຶ້ນໃນເຊົ້າມື້ນີ້!