ກິດຈະກຳເພື່ອນສອນເພື່ອນ ການຮັກສາສິ່ງແວດລ້ອມ, ການເກັບຂີ້ເຫຍື້ອ ແລະ ບົດບາດທາງເພດໃຫ້ແກ່ຈິດອາສາໄວໜຸ່ມ
ເຊົ້າມື້ນີ້ ວັນທີ 07 ມິຖຸນາ 2026 ສຳລັບກິດຈະກຳ “ເພື່ອນຊ່ວຍເພື່ອນ” ຂອງໄວໜຸ່ມພາກໃຕ້ ທີ່ນະຄອນປາກເຊ, ແຂວງຈຳປາສັກ ເຊິ່ງຈະຈັດຂຶ້ນເປັນເວລາ 02 ວັນເຕັມ ໃນລະຫວ່າງວັນທີ 07-08 ມິຖຸນາ 2026. ໂດຍຮ່ວມເປັນປະທານໃນພິທີໂດຍ ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມເເຂວງ ຈໍາປາສັກ ແລະ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL, ປະຈໍາ ອົງການ ເເຄຣ໌ ນານາຊາດ ປະຈໍາ ສປປ ລາວ.



ກິດຈະກຳໃນຄັ້ງນີ້ ເປັນການເຕົ້າລວມຂອງໄວໜຸ່ມຈິດອາສາທີ່ຈະມາຮຽນຮູ້ ແລະ ເເລກປ່ຽນເຊິ່ງກັນ ເເລະ ກັນ ເພື່ອວຽກງານຂອງສັງຄົມ ຜ່ານ 3 ຫົວຂໍ້ຫຼັກ ດັ່ງນີ້:



ການຮັກສາສິ່ງແວດລ້ອມ: ຮຽນຮູ້ການປົກປັກຮັກສາທຳມະຊາດຢ່າງຖືກວິທີ.
ບົດບາດທາງເພດ: ສົ່ງເສີມຄວາມສະເໝີພາບ ບໍ່ວ່າເພດໃດກໍສາມາດເປັນຜູ້ນຳ ແລະ ເຮັດປະໂຫຍດໃຫ້ສັງຄົມໄດ້ຄືກັນ.



ກິດຈະກຳການເກັບຂີ້ເຫຍື້ອ: ທີມງານຈິດອາສາທັງໝົດຈະລົງພື້ນທີ່ຈິງ ເພື່ອຮ່ວມກັນອະນາໄມ ແລະ ຄັດແຍກຂີ້ເຫຍື້ອໃນຊຸມຊົນ.

