ກອງປະຊຸມຜຸ້ປະສານງານຂັ້ນແຂວງຂອງໂຄງການ GAMCIL
ໃນວັນທີ 29 ມັງກອນ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະສານງານຂັ້ນແຂວງຈາກ ເຂດພຶ້ນທີ່ເປົ້າໝາຍຂອງໂຄງການ GAMCIL ເພື່ອເພີ່ມທະວີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານ.



ກອງປະຊຸມໃນຄັ້ງນີ້ມີຈຸດປະສົງສຳຄັນ ຄື: ສະຫຼຸບຜົນງານ ແລະ ສິ່ງທ້າທາຍ ເພື່ອຮ່ວມກັນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະສານງານໃນໄລຍະຜ່ານມາ, ຍົກລະດັບການຮ່ວມມື ໃນການປັບປຸງກົນໄກການປະສານງານລະຫວ່າງພະນັກງານໂຄງການ GAMCIL ແລະ ຜູ້ປະສານງານຂັ້ນແຂວງ ໃຫ້ມີຄວາມຊັດເຈນ ແລະ ມີປະສິດທິພາບສູງຂຶ້ນ, ການແລກປ່ຽນບົດຮຽນ ລະຫວ່າງຜູ້ເຂົ້າຮ່ວມຈາກແຕ່ລະເຂດພຶ້ນທີ່ເປົ້າໝາຍ ໄດ້ແລກປ່ຽນປະສົບການຕົວຈິງນຳກັນ ແລະ ການວາງແຜນອະນາຄົດ ເພື່ອລາຍງານ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກຳ ຂອງໂຄງການທີ່ຈະຈັດຕັ້ງປະຕິບັດໃນສົກປີ 2026-2027.







