1
|

ງານຜະລິດເນື້ອໃນ ແລະ ເຜີຍແຜ່ຫຼັກສູດອອນລາຍ ທີ່ເວັບໄຊ້ ຂອງສະມາຄົມນັກຂ່າວລາວ ທີ່ແຂວງຫຼວງພະບາງ

ໃນວັນທີ 24 ກໍລະກົດ 2026 ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການ ແຄຣ໌ ປະຈໍາ ລາວ ໄດ້ມາສືບຕໍ່ຈັດການຝຶກອົບຮົມ 1 ວັນເຕັມ ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ, ນະຄອນຫຼວງພະບາງ!

ງານນີ້ໄດ້ຮັບຄວາມສົນໃຈຈາກໄວໜຸ່ມຢ່າງຄຶກຄື້ນ ເພື່ອແນະນຳຫຼັກສູດອອນລາຍຮຽນຮູ້ດ້ວຍຕົນເອງ ເທິງເວັບໄຊຂອງສະມາຄົມ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ເຊິ່ງຜູ້ທີ່ເຂົ້າຮຽນ ຈະໄດ້ເຂົ້າເຖິງຄວາມຮູ້ການລາຍງານຂ່າວບັນຫາສີຂຽວ, ການນໍາໃຊ້ດິຈິຕອນເຂົ້າໃນການຜະລິດເນື້ອໃນ, ກົດໝາຍສື່ມວນຊົນ, ການສ້າງແຄມເປນກ່ຽວກັບສິ່ງແວດລ້ອມ ແລະ ອີກຫຼາກຫຼາຍຄວາມຮູ້ທີ່ພ້ອມຈະໃຫ້ໄດ້ຮຽນ. ຜູ້ທີສຳເຂົ້າຮຽນຫຼັກສູດນີ້ສຳເລັດ ຈະສາມາດເຂົ້າໃຈເຖິງບັນຫາສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ, ສາມາດຜະລິດເນື້ອໃນທີ່ດຶງດູດຜູ້ຊົມໄດ້, ຮູ້ເຕັກນິກການນຳໃຊ້ເຄື່ອງມືດິຈິຕອນຊ່ວຍໃນການຜະລິດເນື້ອໃນ, ຮູ້ກ່ຽວກັບກົດໝາຍສື່ມວນຊົນ ແລະ ທີສຳຄັນ ຈະໄດ້ຮັບໃບຢັ້ງຢືນຈາກໂຄງການ.