IMG_6972
[:lo]ກອງປະຊຸມຜຸ້ປະສານງານໂຄງການຂັ້ນແຂວງ ແລະ ການແຕ່ງຕັ້ງທູດໄວໜຸ່ມ ຂອງໂຄງການ GAMCIL; Provincial Coordination Meeting[:]
|

ກອງປະຊຸມຜຸ້ປະສານງານໂຄງການຂັ້ນແຂວງ ແລະ ການແຕ່ງຕັ້ງທູດໄວໜຸ່ມ ຂອງໂຄງການ GAMCIL 

ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ, ກອງປະຊຸມຜູ້ປະສານງານຂັ້ນແຂວງ ຂອງໂຄງການ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍມີຜູ້ປະສານງານຈາກ 3 ແຂວງເປົ້າໝາຍ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ມີຈຸດປະສົງຫຼັກເພື່ອຖອດຖອນບົດຮຽນ, ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດງານ ໃນໄລຍະຜ່ານມາ ພ້ອມທັງຮ່ວມກັນກໍານົດທິດທາງ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ມີປະສິດທິພາບ, ສອດຄ່ອງ ແລະ ເຂົ້າເຖິງເປົ້າໝາຍຢ່າງແທ້ຈິງ. ຜ່ານການຈັດກອງປະຊຸມ ຜູ້ເຂົ້າຮ່ວມໄດ້ທົບທວນປະເມີນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແລກປ່ຽນບົດຮຽນທີ່ດີ ຈາກການປະຕິບັດງານຕົວຈິງ ໃນ 3 ພື້ນທີ່. ມີແຜນຮ່ວມມືກັນທີຊັດເຈນ ເພື່ອໃຫ້ການເຮັດວຽກໃນຕໍ່ໜ້າ ບັນລຸີເປົ້າໝາຍ ແລະ ຕອບໂຈດຄວາມຕ້ອງການຂອງຜູ້ເຂົ້າຮ່ວມໂຄງການ. 

ຫຼັງຈາກນັ້ນ, ໄດ້ມີການແຕ່ງຕັ້ງ ທູດໄວໜຸ່ມເພື່ອການພັດທະນາສີຂຽວ ຈຳນວນ 14 ຄົນ ຢ່າງເປັນທາງການ. ຈຸດປະສົງຂອງທູດອາສາສະໝັກໄວໜຸ່ມເຫຼົ່ານີ້ ແມ່ນເພື່ອເຮັດໜ້າທີ່ເປັນຕົວແທນໃນການປຸກລະດົມ ແລະ ສ້າງແຮງບັນດານໃຈໃຫ້ກັບຊາວໜຸ່ມດ້ວຍກັນ ເພື່ອສົ່ງເສີມຄວາມຕື່ນຕົວດ້ານສິ່ງແວດລ້ອມ, ນຳໃຊ້ ແລະ ເຜີຍແຜ່ມາດຕະຖານວາລະສານສີຂຽວທີ່ມີຄຸນນະພາບຂອງໂຄງການ GAMCIL, ພ້ອມທັງດຶງດູດການມີສ່ວນຮ່ວມຂອງຊາວໜຸ່ມລາວ ຜ່ານເຄື່ອງມືສື່ດິຈິຕອນ ແລະ ກິດຈະກຳການມີສ່ວນຮ່ວມຂອງຊຸມຊົນ.