1
[:en]ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ທີຫຼວງພະບາງ; Training on Green Issues Reporting for journalists in two central and four southern provinces[:]
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ທີຫຼວງພະບາງ 

ໃນວັນທີ 19-21 ສິງຫາ 2026, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ຕາງໜ້າສື່ມວນຊົນຈາກ 8 ແຂວງພາກກາງ ແລະ ຜູ້ນຳໃຊ້ສຶ່ອອນລາຍທົ່ວໄປ ລວມທັງໝົດ 36 ຄົນ, ຍິງ 11 ຄົນ ພາຍໃຕ້ໂຄງການ GAMCIL ທີ່ຫຼວງພະບາງ. 

ການຝຶກອົບຮົມໃນຄັ້ງນີ້ ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນໄຫຼ ດວງເດືອນ, ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL. 

ຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ ຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເພື່ອໃຫ້ການນຳສະເໜີຂ່າວມີຄວາມກວມລວມ ແລະ ເທົ່າທຽມ, ການສົ່ງເສີມສຽງຂອງທຸກກຸ່ມຄົນໃນສົງຄົມ ແລະ ເພື່ອສ້າງຈິດສຳນຶກ ແລະ ກະຕຸ້ນໃຫ້ສັງຄົມຫັນມາໃສ່ໃຈກັບບັນຫາສີຂຽວຢ່າງຍືນຍົງ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ, ຄວາມຮ່ວມມື ແລະ ຮອຍຍິ້ມ! ຜ່ານການຮ່ວມມືກັນວາງແຜນ ແລະ ຖອດຖອນບົດຮຽນຜ່ານເກມສ້າງສັນ ເພື່ອມຸ່ງເນັ້ນໃສ່ການຍົກລະດັບຄຸນນະພາບຂອງສື່, ສ້າງຄວາມເຊື່ອຖື ແລະ ການລາຍງານຂ່າວ “ບັນຫາສີຂຽວ” ໃຫ້ເຂົ້າເຖິງສັງຄົມຢ່າງມີປະສິດທິພາບ. 

ຫຼັງຈາກຈົບຊຸດຝຶກອົບຮົມຄັ້ງນີ້, ຄາດວ່າຕາງໜ້າສື່ມວນຊົນທັງ 8 ແຂວງ ສາມາດຍົກລະດັບຂີດຄວາມສາມາດ ໃນການຜະລິດ ແລະ ນຳສະເໜີຂ່າວສານ ທີ່ບໍ່ພຽງແຕ່ສະທ້ອນເຖິງບັນຫາສິ່ງແວດລ້ອມ (ບັນຫາສີຂຽວ) ເທົ່ານັ້ນ, ແຕ່ຍັງສາມາດສອດແຊກ ມິຕິດ້ານບົດບາດຍິງ-ຊາຍ ເຂົ້າໃນເນື້ອຫາຂ່າວ ເພື່ອໃຫ້ສັງຄົມເກີດຄວາມຕື່ນຕົວ, ມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດຮ່ວມກັນ.