EU Visiting (74 of 92)
|

ຄະນະຜູ້ແທນຈາກສະຫະພາບ ເອີຣົບ ຢ້ຽມຢາມໂຄງການ GAMCIL ທີ່ນະຄອນປາກເຊ, ແຂວງຈຳປາສັກ 

ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ດີໃຈທີ່ໄດ້ຕ້ອນຮັບ ຄະນະຜູ້ແທນຈາກສະຫະພາບ ເອີຣົບ ນໍາໂດຍ ທ່ານ ນາງ ຄາລ້າ ດາ ຊິວເວີ້ ໄລຊກິ, ອະນຸເລຂາ ຂະເເໜງການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມກວດກາ ຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ ໂຄງການ GAMCIL ຢ່າງເປັນທາງການ ໃນລະຫວ່າງວັນທີ 2-4 ພະຈິກ 2026 ເພື່ອຕິດຕາມໝາກຜົນສຳເລັດ ແລະ ການຮ່ວມມືກັບຄູ່ຮ່ວມງານໃນຕໍ່ໜ້າ.   ການຢ້ຽມຢາມໃນຄັ້ງນີ້ ໂຄງການໄດ້ນຳພາ ພົບປະ ແລະ ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງ ເພື່ອປຶກສາຫາລືກ່ຽວກັບວຽກງານການໂຄສະນາ, ການສື່ສານເພື່ອການພັດທະນາ ແລະ ການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືອັນດີລະຫວ່າງສະຫະພາບ ເອີຣົບ ກັບອົງການຈັດຕັ້ງພາກລັດ ໂດຍສະເພາະແມ່ນການສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມໃນຂົງເຂດວຽກງານສື່ມວນຊົນ.  ຫຼັງຈາກນັ້ນ, ກໍໄດ້ຢ້ຽມຊົມການອັດລາຍການວິທະຍຸ “ໄວໜຸ່ມຍຸກໃໝ່ໃສ່ໃຈສິ່ງແວດລ້ອມ” ເຊິ່ງໃນລາຍການດັ່ງກ່າວ ໄດ້ມີການສຳພາດພິເສດກຸ່ມໄວໜຸ່ມຈາກ ໂຄງການ ມື້ລະຖົງ ເພື່ອຮັບຟັງແນວຄິດ, ປະສົບການ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມລາວ ໃນການປົກປັກຮັກສາສິ່ງແວດລ້ອມ,…

IMG_0943
|

ຝຶກອົບຮົມ ທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ໂຄງການ GAMCIL 

ຊຸດຝຶກອົບຮົມ ທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ໂຄງການ GAMCIL ຢູ່ ນະຄອນປາກເຊ, ແຂວງຈຳປາສັກ ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວແຫ່ງລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ຈັດການຝຶກອົບຮົມການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ ຂອງໂຄງການ GAMCIL ຢູ່ ນະຄອນປາກເຊ, ແຂວງຈຳປາສັກ. ການຝຶກອົບຮົມຄັ້ງນີ້ ເນັ້ນໃສ່ການເພີ່ມທັກສະການສ້າງສັນສື່ດິຈິທໍາ ໂດຍການນຳໃຊ້ປັນຍາປະດິດ (AI), ການເລົ່າເລື່ອງປະເດັນສິ່ງແວດລ້ອມ, ການຂັບເຄື່ອນ ແລະ ສົ່ງເສີມການເຜີຍແຜ່ຫຼັກສູດອອນລາຍ ຂອງໂຄງການ GAMCIL ຜ່ານເວັບໄຊ້ ຂອງສະມາຄົມນັກຂ່າວລາວ ເພື່ອຂະຫຍາຍເຄືອຂ່າຍການຮຽນຮູ້ ແລະ ສື່ສານປະເດັນສີຂຽວໃຫ້ກວ້າງຂວາງ ໂດຍຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້, ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບປະເດັນສິ່ງແວດລ້ອມ, ທັກສະການລາຍງານຂ່າວສີຂຽວ ແລະ ໄດ້ຮັບໃບຢັ້ງຢືນ ຫຼັງຈາກຮຽນຈົບ ເພື່ອຢືນຢັນຄວາມສາມາດ ແລະ ນຳໄປຕໍ່ຍອດໃນການເຮັດວຽກຕົວຈິງ.   💡📚 ພິເສດ ໂຄງການໄດ້ຮັບການເຂົ້າຢ້ຽມຢາມຈາກຄະນະຜູ້ແທນຈາກ ສະຫະພາບ ເອີຣົບ…

2
|

ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ນຳພາທີມສື່ມວນຊົນ ແລກປ່ຽນບົດຮຽນລະດັບພາກພື້ນ ທີ່ປະເທດໄທ 

ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ພາຍໃຕ້ ໂຄງການ GAMCIL ໄດ້ນຳພາຄະນະຜູ້ເຂົ້າຮ່ວມໂຄງການ ເດີນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນດ້ານການສື່ສານສີຂຽວ ທີ່ປະເທດໄທ ໃນລະຫວ່າງວັນທີ 26–31 ຕຸລາ 2026 ທີ່ຜ່ານມາ.  ການເດີນທາງຕະຫຼອດ 5 ວັນເຕັມ ໄດ້ເປີດໂລກະທັດ ແລະ ເຈາະເລິກເບື້ອງຫຼັງການເຮັດວຽກຂອງອົງກອນສື່ຊັ້ນນຳ, ຜູ້ສ້າງເນື້ອໃນຍຸກດິຈິຕອນ ແລະ ໂຄງການພະລັງງານສະອາດ ໂດຍມີໄຮໄລ້ສຳຄັນດັ່ງນີ້:  1. ຖອດລະຫັດການເຮັດ “ຂ່າວສິ່ງແວດລ້ອມ“ ໃຫ້ຈັບໃຈຄົນເບິ່ງ ເລີ່ມຕົ້ນການເດີນທາງໃນວັນທີ 26 ຕຸລາ ດ້ວຍການເຂົ້າຢ້ຽມຢາມ ສະມາຄົມນັກຂ່າວແຫ່ງປະເທດໄທ ເພື່ອຮັບຟັງປະສົບການກົງຈາກສອງນັກຂ່າວມືອາຊີບ ຄື ທ່ານ ກິດຕິ ສິງຫາປັດ (ຜູ້ປະກາດຂ່າວລາຍການ ຂ່າວ 3 ມິຕິ ຊ່ອງ 3HD) ແລະ ທ່ານ ນາງ ຈິດຕິມາ ບ້ານສ້າງ (ຜູ້ຊ່ວຍຜູ້ອຳນວຍການສຳນັກຂ່າວ ດ້ານບໍລິຫານ ແລະ…