|

ປະກວດຜະລິດຂ່າວພາບວີດີໂອແລະໂພດສເຕີ ປະຈຳປີ 2025 ສຳລັບຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ

ສຳລັບຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ປະກາດການເເຂ່ງຂັນຂຽນຂ່າວ ປະຈຳປີ 2025 ສຳລັບນັກຂ່າວພາກລັດຖະບານ ເງື່ອນໄຂ ການປະກວດຂຽນຂ່າວປະຈຳປີ 2025 ສຳລັບພາກອົງການຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ

WhatsApp Image 2025-10-21 at 12.25.28 (2)
|

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ

ໃນວັນທີ 14 ຕຸລາ 2025 ທີ່ຜ່ານມາ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ ອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ. ຈຸດປະສົງກໍແມ່ນເພື່ອຮ່ວມກັນອອກແບບເງື່ອນໄຂ ແລະ ມາດຕະຖານ ຂອງການປະກວດແຂ່ງຂັນຂຽນຂ່າວ ໃຫ້ມີຄວາມສົມບູນຫຼາຍຂຶ້ນ ສຳລັບ 3 ກຸ່ມເປົ້າໝາຍຄື: ນັກຂ່າວພາກລັດ, ພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ສິ່ງສຳຄັນແມ່ນ ຈະຊ່ວຍໃຫ້ພວກເຂົາສາມາດຜະລິດສື່ກ່ຽວກັບການພັດທະນາສີຂຽວ ທີມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງໂຄງການ.

|

ຈະມີຫຍັງເກີດ What’s on in Laos

ກິດຈະກໍາທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2025 ນີ້ລວມດັ່ງມີ: ວັນທີ 7: ວັນຄູແຫ່ງຊາດ,ເຊິ່ງເປັນດາໂຮງຮຽນຕ່າງໆ ໃນທົ່ວປະເທດຈະມີກິດຈະກໍາຕ່າງໆເພື່ອຄໍານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກວັນຄູແລ້ວໃນວັນດຽວກັນນີ້ວັນທີ 7 ກໍ ຄືວັນເພັງ 15 ຄໍ່າ ເດືອນ 11, ພສ 2568 ແມ່ນວັນວັນບຸນ ອອກພັນສາ, ເຊິ່ງຈະມີກິດຈະກໍາທາງປະເພນີ ແລະ ສາດສະໜາພຸດ ທີ່ໜ້າສົນໃຈຕິດຕາມດ້ວຍ ການຊ່ວງເຮືອໃນວັນທີ 8 ຢູ່ ຫຼາຍໆແຂວງລຽບ ຝັ່ງຂອງເຊັ່ນ ນະຄອນຫຼວງວຽງຈັນ. ວັນທີ 12 ຕຸລາເປັນວັນປະກາດເອກະລາດ ຂອງ ຊາດລາວຈາກການເປັນປະເທດຫົວເມືອງຂຶ້ນຂອງ ປະເທດຝຣັ່ງ, ເຊິ່ງເປັນເວລາ 71 ປີ (ແຕ່ປິ 1893-1964).