IMG_2119

ຝຶກອົບຮົມການລາຍງານບັນຫາສີຂຽວໃຫ້ແກ່ນັກຂ່າວລາວ

ໃນວັນທີ 23-27 ມິຖນາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ ນັກຂ່າວລາວ ພາຍໃຕ້ໂຄງການ GAMCIL ທີ ນະຄອນຫຼວງວຽງຈັນ ໂດຍໄດ້ມີຕົວແທນ ນັກຂ່າວ ຈາກນະຄອນຫຼວງວຽງຈັນ,​ ແຂວງວຽງຈັນ, ແຂວງ ບໍລິຄຳໄຊ ແລະ ແຂວງ ໄຊສົມບູນ​. ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ແລະ​ ການປ່ຽນແປງຂອງດິນຟ້າອາກາດ​,  ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ ເພື່ອຊ່ວຍໃຫ້ສາມາດຂຽວຂ່າວການພັດທະນາສີຂຽວໄດ້ຢ່າງລະອຽດ, ການໃຫ້ຄວາມຮູ້ຈັນຍາບັນນັກຂ່າວ, ໃຫ້ຄວາມຮູ້ກ່ຽວກັບບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດຂ່າວ ແລະ ການເຜີຍແຜ່ຂ່າວອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ.

WhatsApp Image 2025-05-26 at 09.40.35 (2)

ສື່ມວນຊົນລາວຊອກຫາວິທີເພີ່ມ ຄວາມເຂັ້ມແຂງດ້ານການເງິນດ້ວຍຕົນເອງ

ສື່ມວນຊົນລາວ ແລະ ຫຼາຍຫົວໜ່ວຍວິຊາການຂອງລັດຖະບານ ກຳລັງເພີ່ມທະວີຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງດ້ານການເງິນດ້ວຍຕົນເອງ ໃນຂະນະທີ່ການປ່ຽນແປງທາງດ້ານດິຈິຕອນ ແລະ ການຫົດຕົວຂອງງົບປະມານ ກຳລັງທ້າທາຍຮູບແບບການສະໜອງທຶນແບບດັ້ງເດີມ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຈັດກອງປະຊຸມເວທີເສວະນາໃນຫົວຂໍ້ ຄວາມຍືນຍົງໃນການກຸ້ມຕົນເອງດ້ານງົບປະມານ (Financial Self-sustainability) ໃນຍຸກດິຈິຕອນ ແລະ AI ໃນວັນທີ 23 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ. ໂດຍງານຄັ້ງນີ້ເປັນກຽດເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ Megan Jones ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາສປປ ລາວ ພ້ອມດ້ວຍບັນດາຫົວໜ້າກົມ ຮອງກົມ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບເຊິ່ງໜ້າ ແລະ ອອນລາຍ. ທ່ານ ໂພສີ ກ່າວວ່າ: ງານຄັ້ງນີ້ ແມ່ນເພື່ອເປັນການ…

WhatsApp Image 2025-04-30 at 14.37.33

ໂຄງການ GAMCIL ຈັດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ​ ໃຫ້ແກ່ນັກຂ່າວລາວ​ ຢູ່ພາກໃຕ້

ບໍ່ດົນມານີ້,​ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາ ສີຂຽວ ໃນ ສປປ ລາວ​ (GAMCIL)​ ໄດ້ສຳເລັດການຈັດຊຸດອົບຮົມ ການລາຍງານຂ່າວບັນຫາສີຂຽວ​​ ໃຫ້ແກ່​ນັກຂ່າວລາວ ທີ່ແຂວງຈຳປາສັກ ໂດຍໄດ້ມີຕົວແທນ ນັກຂ່າວ ຈາກແຂວງຄໍາມ່ວນ,​ ສະຫວັນນະເຂດ,​ ຈໍາປາສັກ,​ ສາລະວັນ, ອັດຕະປື​ ແລະ​ ເຊກອງ ທີ່ໄດ້ເຂົ້າຮ່ວມຝຶກອົບຮົມແບບເຊິ່ງໜ້າ ແລະ ແບບອອນລາຍ ຈາກຕົວແທນນັກຂ່າວພາກກາງ ແຂວງບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ.​ ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ແລະ​ ການປ່ຽນແປງຂອງດິນຟ້າອາກາດ​,  ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ ເພື່ອຊ່ວຍໃຫ້ສາມາດຂຽວຂ່າວການພັດທະນາສີຂຽວໄດ້ຢ່າງລະອຽດ, ການໃຫ້ຄວາມຮູ້ຈັນຍາບັນນັກຂ່າວ, ໃຫ້ຄວາມຮູ້ກ່ຽວກັບບົດບາດທາງເພດ ແລະ ສິດທິ ໃນຍຸກດິຈີຕອນ, ການນຳໃຊ້ເຄື່ອງມືດິຈີຕອນໃນການຜະລິດຂ່າວ ແລະ ການເຜີຍແຜ່ຂ່າວອອກສູ່ສັງຄົມອອນລາຍໃຫ້ມີຄວາມປອດໄພ. ນອກຈາກນັ້ນ ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ໂຄງການ ກໍໄດ້ພານັກຂ່າວເຂົ້າຮ່ວມການເສວະນາ ກາເຟລາວ ທີ່ປາກຊ່ອງ,…

Donor Visiting GAMCIL in LPB-65

ໂຄງການ GAMCIL ໄດ້ຕ້ອນຮັບການຢ້ຽມຢາມ ຄະນະຜູ້ແທນ ຈາກ ສະຫະພາບ ເອີຣົບ ແລະ ອົງການແຄຣ໌ ເຢຍລະມັນ ທີ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 7-9 ເມສາ 2025, ໂຄງການ GAMCIL ໄດ້ຕ້ອນຮັບການຢ້ຽມຢາມ ຄະນະຜູ້ແທນຈາກ ສະຫະພາບ ເອີຣົບ ທີ່ແຂວງຫຼວງພະບາງ. ການຢ້ຽມຢາມຄັ້ງນີ້, ທາງຄະນະໄດ້ມີການພົບປະກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຄະນະຜູ້ປະສານງານຂັ້ນແຂວງໂຄງການ GAMCIL ແລະ ອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ລົງຢ້ຽມຢາມເບິ່ງການຝຶກອົບຮົມໃຫ້ແກ່ຕາງໜ້ານັກຂ່າວ 8 ແຂວງພາກເໜືອ ທີ່ກຳລັງດຳເນີນຢູ່, ເຊິ່ງທາງຄະນະໄດ້ມີໂອກາດພົບປະໂອ້ລົມແລກປ່ຽນຄຳຄິດເຫັນກັບຜູ້ເຂົ້າຮ່ວມຝຶກອົບຮົມ. ນອກຈາກນັ້ນ, ຄະນະຜູ້ແທນ ໄດ້ລົງຢ້ຽມຢາມຫ້ອງກະຈາຍຂ່າວ ຂອງສະຖານີວິທະຍຸ-ໂທລະພາບແຂວງ ເພື່ອຕິດຕາມເພີ່ມເຕີມ ກ່ຽວກັບໝາກຜົນຂອງຄວາມສຳເລັດ ແລະ ສິ່ງທ້າທາຍ ການຈັດຕັ້ງປະຕິບັດກີດຈະກຳ ຂອງໂຄງການໃນໄລຍະຜ່ານ.ການຢ້ຽມຢາມຄັ້ງນີ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ສືບຕໍ່ໃຫ້ການສະໜັບສະໜູນຕໍ່ການປັບປຸງ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ ໂດຍສະເພາະກໍແມ່ນການເຜີຍແຜ່ວຽກງານພັດທະນາສີຂຽວ, ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ຢູ່ໃນ ສປປ ລາວ.