WhatsApp Image 2025-05-08 at 09.24.30

ໂຄງການ GAMCIL ຈັດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ​ ໃຫ້ແກ່ນັກຂ່າວລາວ​ ຢູ່ພາກເໜືອ

ໃນກາງເດືອນ ເມສາ 2025 ທີ່ຜ່ານມາ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສົງຄົມ ເພື່ອການພັດທະນາ ສີຂຽວ ໃນ ສປປ ລາວ​ (GAMCIL)​ ໄດ້ຈັດຊຸດຝຶກອົບຮົມນັກຂ່າວປະຈຳປີ ການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວລາວ ພາກເໜຶອ ທີ່ແຂວງຫຼວງພະບາງ ໂດຍມີຕົວແທນຈາກແຂວງ ຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ ແລະ ໄຊຍະບູລີ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້. ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອເພີ່ມຄວາມອາດສາມາດໃຫ້ແກ່ນັກຂ່າວລາວ ໃນການລາຍງານຂ່າວກ່ຽວກັບບັນຫາສິ່ງແວດລ້ອມ​ ແລະ​ ການປ່ຽນແປງຂອງດິນຟ້າອາກາດ​,  ເພີ່ມຄວາມຮັບຮູ້ກ່ຽວສິ່ງແວດລ້ອມ, ການຊອກຫາແຫຼ່ງຂໍ້ມູນສິ່ງແວດລ້ອມທີ່ໜ້າເຊື່ອຖື ເພື່ອຊ່ວຍໃຫ້ສາມາດຂຽວຂ່າວໄດ້ຢ່າງເປັນມືອາຊີບ, ການນຳໃຊ້ເຄື່ອງປັນຍາປະດິດ (AI) ໃນການຜະລິດຂ່າວ, ການສ້າງຮູບພາບ ແລະ ໂປສເຕີ້ຂ່າວໃນເຄື່ອງມື Canva, ເຕັກນິກການຖ່າຍຮູບພາບ ແລະ ການຕັດຕໍ່ວິດີໂອ. ພາຍຫຼັງທີ່ສຳເລັດການຝຶກອົບຮົມແລ້ວ ໂຄງການ ກໍໄດ້ໃຫ້ນັກຂ່າວ ຜະລິດຂ່າວທີ່ກ່ຽວກັບສິ່ງແວດລ້ອມ ໂດຍການນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເພື່ອເອົາມານຳສະເໜີ ໃຫ້ກັບຊ່ຽວຊານ…

IMG_1387

ໂຄງການ GAMCIL ສຳເລັດການຈັດຊຸດຝຶກອົບຮົບຄູຝຶກ ການຮຽນຮູ້ດ້ວຍຕົນເອງ ກ່ຽວກັບການພັດທະນາສື່ສີຂຽວ ແລະ ການຄຸ້ມຄອງສື່ຂອງຕົນເອງ

ໃນຕົ້ນເດືອນ ເມສາ 2025 ທີ່ຜ່ານມາ, ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (GAMCIL) ໄດ້ສຳເລັດການຈັດຝຶກອົບຮົມຄູຝຶກ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ກ່ຽວກັບການພັດທະນາສື່ສີຂຽວ ແລະ ການຄຸ້ມຄອງສື່ຂອງຕົນເອງ ໃຫ້ແກ່ທີມງານໂຄງການ ແລະ ຕາງໜ້າຈາກຄະນະກອງເລຂາ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຊິ່ງຈັດຂຶ້ນຢູ່ທີ່ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ. ຈຸດປະສົງ ເພື່ອຊ່ວຍເພີ່ມທັກສະການເປັນຄູຝຶກທີ່ດີ, ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມຮຽນຮູ້ວິທີການນໍາໃຊ້ເຄື່ອງມືດິຈິຕອນເພື່ອສົ່ງເສີມ ແລະ ລາຍງານບັນຫາສີຂຽວຜ່ານຊ່ອງທາງສື່ຂອງພວກເຂົາ, ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ຊ່ວຍໃຫ້ສາມາດຄຸ້ມຄອງ, ບໍລິຫານຫຼັກສູດໃນລະບົບອອນລາຍດ້ວຍຕົນເອງໄດ້, ມີຄວາມຊຳນານໃນການປັບປຸງ ແລະ ສ້າງບົດຮຽນໃໝ່ໆ ຜ່ານລະບົບອອນລາຍ ໂດຍການນຳໃຊ້ຫຼັກສູດການຮຽນຮູ້ດ້ວຍຕົນເອງ. ພາຍຫຼັງສຳເລັດການຝຶກອົບຮົມຄູຝຶກແລ້ວ ຜູ້ເຂົ້າຮ່ວມກໍໄດ້ລົງມືພາກປະຕິບັດຕົວຈິງ ການສ້າງ ແລະ ເຂົ້າເຖິງເນື້ອໃນບົດຮຽນທາງອອນລາຍ, ການຜະລິດຂ່າວໂດຍການນຳໃຊ້ເຄື່ອງມືດິຈິຕອນ, ການນຳສະເໜີຂ່າວກ່ຽວກັບການພັດທະນາສີຂຽວຜ່ານສື່ຊ່ອງທາງຂອງຕົນເອງ.

1

ກອງປະຊຸມຜູ້ປະສານງານ ໂຄງການ GAMCIL

ໃນວັນທີ 27 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມຜູ້ປະສານງານໂຄງການ GAMCIL ຂື້ນ ທີ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ. ພາຍໃນກອງປະຊຸມ ຜູ້ເຂົ້າຮ່ວມ ແມ່ນໄດ້ມີການຖອດຖອນບົດຮຽນກ່ຽວກັບ ວຽກປະສານງານ, ລາຍງານຜົນສຳເລັດ ແລະ ສິ່ງທ້າທາຍ ຂອງການຈັດຕັ້ງປະຕິບັດໂຄງການໃນເຂດເປົ້າໝາຍ ຢູ່ ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍາປາສັກ ໃນໄລຍະທີ່ຜ່ານມາ. ນອກຈາກນັ້ນ ຍັງໄດ້ມີການປຶກສາຫາລື ແລະ ຮ່ວມກັນວາງແຜນການດຳເນີນກິດຈະກຳໃນປີຕໍ່ໄປ ໂດຍສະເພາະແມ່ນຂອດການປະສານງານ, ການພົວພັນກັບຜູ້ເຂົ້າຮ່ວມໂຄງການ ແລະ ການລົງຝຶກອົບຮົມໃນພື້ນທີເປົ້າໝາຍຂອງໂຄງການ ໃຫ້ສາມາດດຳເນີນໄດ້ຢ່າງມີປະສິດທິພາບຫຼາຍຂື້ນກວ່າເກົ່າ.

1

ກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025

ໃນວັນທີ 27 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ທີ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 47 ຄົນ, ແມ່ຍິງ 15 ຄົນ. ພາຍໃນກອງປະຊຸມແມ່ນໄດ້ມີການສະຫຼຸບ ແລະ ລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການໃຫ້ເຂດເປົ້າໝາຍຢູ່ ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍາປາສັກ ໃນໄລຍະປີ 2024, ໄດ້ມີການ​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳໃນແຕ່ລະພື້ນທີ່ເປົ້າໝາຍຂອງໂຄງການ, ປຶກສາຫາລື ແລະ ໃຫ້ຄວາມເຫັນຮ່ວມກັນໃນການວາງແຜນກິດຈະກຳປະຈຳປີ 2025. ນອກຈາກນັ້ນ ຍັງໄດ້ມີການ ມອບ-ຮັບລາງວັນໃຫ້ແກ່ນັກຂ່າວ ທີ່ຊະນະການປະກວດແຂ່ງຂັນຂຽນຂ່າວ ຈຳນວນ 10 ຄົນ ພ້ອມທັງຮັບຊົມວິດີໂອຜົນສຳເລັດຂອງການເຮັດກິດຈະກຳຂອງໂຄງການ ແລະ…

9

ກອງປະຊຸມ ສຳມະນາ ເຊິ່ງນຳພາໂດຍນັກຂ່າວພາກພື້ນ

ໃນວັນທີ 25 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມສຳມະນາ ລະດັບພາກພື້ນ ໃນຫົວຂໍ້: “ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ” ທີ່ ນະຄອນຫຼວງວຽງຈັນ, ໂດຍການເຊີນ ນັກຂ່າວຈາກ ປະເທດ ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ວິທະຍາກອນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອມາຮ່ວມກອງປະຊຸມ ແລະ ເສວະນາ ເພື່ອໃຫ້ຄວາມຮູ້, ແລກປ່ຽນປະສົບການໃຫ້ແກ່ ນັກສື່ມວນຊົນລາວ ແລະ ຍັງໄດ້ເຊີນຕາງໜ້ານັກຂ່າວທີ່ໄດ້ເຂົ້າຮ່ວມໂຄງການເຂົ້າມາຮ່ວມໃນກອງປະຊຸມແບບເຊິ່ງໜ້າ ແລະ ນັກຂ່າວໃນທົ່ວປະເທດ ເຂົ້າຮ່ວມແບບອອນລາຍ ເຊິ່ງມີຜູ້ເຂົ້າຮ່ວມແບບເຊິ່ງໜ້າທັງໝົດ 74 ທ່ານ, ຍິງ 35 ທ່ານ ແລະ ເຂົ້າຮ່ວມຜ່ານທາງອອນລາຍ ຈຳນວນ 125…