ທັດສະນະສຶກສາໃຫ້ແກ່ນັກຂ່າວ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ທີ່ແຂວງຄຳມ່ວນ
ໃນວັນທີ 6-8 ກໍລະກົດ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນຳພາທີມສື່ມວນຊົນ 4 ແຂວງພາກໃຕ້, 2 ແຂວງພາກກາງ ແລະ ນັກສື່ອອນລາຍທົ່ວໄປ ລົງເລິກທັດສະນະສຶກສາ ແລະ ຮຽນຮູ້ເລື່ອງການທ່ອງທ່ຽວອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ຜ່ານແຜນພັດທະນາທີ່ຍືນຍົງຂອງ ບໍລິສັດ ເຂື່ອນໄຟຟ້ານໍ້າເທີນ 2 ເຊັນ ສຳພາດຜູ້ປະກອບການທຸລິກິດ ທີ່ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ, ການຜະລິດປາແຫ້ງຂອງຊຸມຊົນ, ສູນໃຫ້ຂໍ້ມູນຂອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ສູນການສຶກສາເພື່ອໃຫ້ທຶນພາຍໃນແກ່ນັກຮຽນ ແລະ ຢ້ຽມຊົມເຂື່ອນຜະລິດໄຟຟ້າຂອງ ບໍລິສັດເຂື່ອນໄຟຟ້ານໍ້າເທີນ 2.



ນີ້ເປັນການທັດສະນະທີມີຄຸນຄ່າ ແລະ ເປັນປະໂຫຍດຫຼາຍ ສຳລັບນັກສື່ມວນຊົນ ໃນການຜະລິດບົດຂ່າວທີ່ກ່ຽວກັບການພັດທະນາສີຂຽວ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການອະນຸລັກສິ່ງແວດລ້ອມ.







