ການແຂ່ງຂັນຜະລິດຕະພັນສື່ສີຂຽວປະຈຳປີຂອງນັກຂ່າວລາວ
ໃນລະຫວ່າງວັນທີ 18 – 25 ມັງກອນ 2025 ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດການແຂ່ງຂັນຜະລິດຕະພັນສື່ສີຂຽວປະຈຳປີ ຂອງໂຄງການ GAMCIL ຂື້ນທີ ນະຄອນຫຼວງວຽງຈັນ ພາຍໃຕ້ 2 ຫົວຂໍ້ “ ການປົກປັກຮັກສາຊີວະນານາພັນ ໂດຍການມີສ່ວນຮ່ວມຂອງບົດບາດ ຍິງ-ຊາຍ, ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງ ບົດບາດຍິງ-ຊາຍ ເຊິ່ງມີນັກຂ່າວເຂົ້າຮ່ວມໂຄງການທັງ 3 ພາກ ທີ່ໄດ້ສົ່ງບົດເຂົ້າປະກວດທັງໝົດ 36 ບົດ, ແຍກປະເພດວິດິໂອສັ້ນ 4 ບົດ ແລະ ບົດຂຽນ 32 ບົດ. ຈຸດປະສົງຂອງການຈັດການແຂ່ງຂັນໃນຄັ້ງນີ້ ກໍແມ່ນເພື່ອ ເປັນການເພີ່ມຄວາມຮູ້ຄວາມສາມາດຂອງຜູ້ເຂົ້າຮ່ວມ ໃນການສົ່ງບົດຂ່າວກ່ຽວກັບການພັດທະນາສີຂຽວທີ່ມີຄຸນນະພາບ ເຂົ້າຮ່ວມການແຂ່ງຂັນ, ເພື່ອໃຫ້ໄດ້ບົດຂ່າວຢ່າງໜ້ອຍ 10 ບົດທີ່ໄດ້ຮັບການຄັດເລືອກ ແລະ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂື້ນກ່ຽວກັບການພັດທະນາສີຂຽວຜ່ານຮູບແບບໜັງສືືພິມ, ວາລະສານ, ເວັບໄຊ ແລະ ສື່ສັງຄົມອອນລາຍ. ໃນວັນທີ 27 ກຸມພາ 2025 ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ກໍໄດ້ຈັດພິທີ ມອບ-ຮັບ ລາງວັນ ໃຫ້ແກ່ຜູ້ທີ່ຊະນະການປະກວດແຂ່ງຂັນຂຽນຂ່າວປະຈຳປີ ເພື່ອເປັນການຢັ້ງຢືນ ເຖິງຜົນສຳເລັດຂອງນັກຂ່າວທີ່ໄດ້ຮັບລາງວັນ ຈາກການປະກວດຂຽນຂ່າວກ່ຽວກັບການພັດທະນາສີຂຽວ ພາຍໃຕ້ໂຄງການ GAMCIL.




