ໂຄງການ GAMCIL ໄດ້ຕ້ອນຮັບການຢ້ຽມຢາມ ຄະນະຜູ້ແທນ ຈາກ ສະຫະພາບ ເອີຣົບ ແລະ ອົງການແຄຣ໌ ເຢຍລະມັນ ທີ່ແຂວງຫຼວງພະບາງ
ໃນລະຫວ່າງວັນທີ 7-9 ເມສາ 2025, ໂຄງການ GAMCIL ໄດ້ຕ້ອນຮັບການຢ້ຽມຢາມ ຄະນະຜູ້ແທນຈາກ ສະຫະພາບ ເອີຣົບ ທີ່ແຂວງຫຼວງພະບາງ. ການຢ້ຽມຢາມຄັ້ງນີ້, ທາງຄະນະໄດ້ມີການພົບປະກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຄະນະຜູ້ປະສານງານຂັ້ນແຂວງໂຄງການ GAMCIL ແລະ ອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ລົງຢ້ຽມຢາມເບິ່ງການຝຶກອົບຮົມໃຫ້ແກ່ຕາງໜ້ານັກຂ່າວ 8 ແຂວງພາກເໜືອ ທີ່ກຳລັງດຳເນີນຢູ່, ເຊິ່ງທາງຄະນະໄດ້ມີໂອກາດພົບປະໂອ້ລົມແລກປ່ຽນຄຳຄິດເຫັນກັບຜູ້ເຂົ້າຮ່ວມຝຶກອົບຮົມ. ນອກຈາກນັ້ນ, ຄະນະຜູ້ແທນ ໄດ້ລົງຢ້ຽມຢາມຫ້ອງກະຈາຍຂ່າວ ຂອງສະຖານີວິທະຍຸ-ໂທລະພາບແຂວງ ເພື່ອຕິດຕາມເພີ່ມເຕີມ ກ່ຽວກັບໝາກຜົນຂອງຄວາມສຳເລັດ ແລະ ສິ່ງທ້າທາຍ ການຈັດຕັ້ງປະຕິບັດກີດຈະກຳ ຂອງໂຄງການໃນໄລຍະຜ່ານ.
ການຢ້ຽມຢາມຄັ້ງນີ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ສືບຕໍ່ໃຫ້ການສະໜັບສະໜູນຕໍ່ການປັບປຸງ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ ໂດຍສະເພາະກໍແມ່ນການເຜີຍແຜ່ວຽກງານພັດທະນາສີຂຽວ, ການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ຢູ່ໃນ ສປປ ລາວ.








