ກອງປະຊຸມອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ
ເມື່ອວັນທີ 6 ສິງຫາ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມອອກແບບການແຂ່ງຂັນຜະລິດຕະພັນສື່ສີຂຽວ ພາຍໃຕ້ໂຄງການ GAMCIL ໂດຍໄດ້ຮັບການຮ່ວມມື ຈາກ ທ່ານ ສົມສັກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວລາວ, ຊ່ຽວຊານດ້ານສື່ພາກລັດ ແລະ ຜູ້ມີປະສົບການສື່ອອນລາຍ ເພື່ອກຳນົດຫົວຂໍ້, ເງື່ອນໄຂ ແລະ ຮູບແບບການສົ່ງຜົນງານຢ່າງລະອຽດ. ພາຍຫຼັງທີສຳເລັດການປະກອບສ່ວນໃຫ້ຄຳເຫັນຕໍ່ກັບເງື່ອນໄຂການແຂ່ງຂັນແລ້ວ, ໂຄງການຈະໄດ້ປະກາດການແຂ່ງຂັນຜ່ານສື່ອອນລາຍສຳລັບພາກພົນລະເມືອງທົ່ວໄປ ແລະ ພາກອົງການຈັດຕັ້ງທາງສັງຄົມ ພ້ອມທັງແຈ້ງເຊີນໃຫ້ກັບຜູ້ເຂົ້າຮ່ວມນັກຂ່າວພາກລັດ ໄດ້ສົ່ງຜົນງານເຂົ້າມາປະກວດແຂ່ງຂັນ ແລະ ຄັດເລືອກເອົາຜົນງານທີດີເດັ່ນທິສຸດ.










