1
|

ກອງປະຊຸມສະຫຼຸບຜົນງານ ປີ 2025 ແລະ ວາງແຜນກິດຈະກຳ ປີ 2026-2027 ຂອງໂຄງການ GAMCIL

ສຳເລັດການຈັດກອງປະຊຸມສະຫຼຸບຜົນງານ ປີ 2025 ແລະ ວາງແຜນກິດຈະກຳ ປີ 2026-2027 ຂອງໂຄງການ GAMCIL ໃນວັນທີ 25 ກຸມພາ 2026 ຢ່າງຈົບງາມ.

ໃຫ້ກຽດຮ່ວມເປັນປະທານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວລາວ ແລະ ທ່ານ ນາງ ໄພວັນ ຈັນງ່າຄຳ, ຫົວໜ້າຝ່າຍແຜນງານ, ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ.

ກອງປະຊຸມຄັ້ງນີ້ ຍັງມີຕ່າງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະຄຸ້ມຄອງໂຄງການ ແລະ ນັກຂ່າວຈາກ 3 ແຂວງເປົ້າໝາຍ ຄື ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ. ນອກຈາກນັ້ນ ຍັງມີຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນຜູ້ໃຊ້ສື່ສັງຄົມອອນລາຍ ທີ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງສຳຄັນ: ສະຫຼຸບຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ປີ 2025, ຮ່ວມກັນວາງແຜນວຽກກິດຈະກຳສົກປີ 2026-27 ແລະ ແລກປ່ຽນວິທີການເຮັດວຽກ ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ.

ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຮັດແໜ້ນຄວາມຮ່ວມມືລະຫວ່າງ ພາກລັດ, ອົງການຈັດຕັ້ງສາກົນ, ສື່ມວນຊົນ ແລະ ພາກສັງຄົມ ເພື່ອຂັບເຄື່ອນໂຄງການ GAMCIL ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ!