ກອງປະຊຸມລະດັບພາກພື້ນ ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ”
ວັນທີ 5 ກຸມພາ 2026 ທີ່ຜ່ານມາ, ກອງປະຊຸມລະດັບພາກພື້ນ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໄດ້ຈັດຂຶ້ນຢ່າງສົມກຽດ!!!



ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສາຄອນ ພົມມະລາດ, ກໍາມະການກົມການເມືອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ເວີເລີ ສະເມັດ: ຫົວໜ້າພາກສ່ວນຮ່ວມມື, ສະຫະພາບ ເອີຣົບ ປະຈຳລາວ ແລະ ທ່ານ ນາງ ເເກ້ວອໍາພອນ ສຸວັນນະພູມ, ຜູ້ອໍານວຍການອົງການເເຄຣ໌ ນານາຊາດ ປະຈຳ ສປປ ລາວ.



ການຮ່ວມມືຄັ້ງນີ້ ໄດ້ມີການສົນທະນາແລກປ່ຽນ ແລະ ຖາມ-ຕອບ ດ້ານສິ່ງແວດລ້ອມ ໂດຍວິທະຍາກອນ ຈາກປະເທດໄທ, ປະເທດຫວຽດນາມ ແລະ ປະເທດລາວ ໃຫ້ແກ່ນັກສື່ມວນຊົນລາວ ຜ່ານ 6 ປະເດັນສຳຄັນ:
1. ທ່າອ່ຽງພາກພື້ນ ແລະ ກອບນະໂຍບາຍດ້ານສິ່ງແວດລ້ອມ
ເຈາະລຶກ ທ່າອ່ຽງດ້ານສິ່ງແວດລ້ອມ ແລະ ສະພາບອາກາດ ໃນລະດັບພາກພື້ນ ທີ່ສົ່ງຜົນກະທົບໂດຍກົງຕໍ່ ສປປ ລາວ, ພ້ອມທັງທຳຄວາມເຂົ້າໃຈກ່ຽວກັບ ນະໂຍບາຍ, ການຄຸ້ມຄອງ ແລະ ຄວາມຮັບຜິດຊອບ ຂອງພາກສ່ວນຕ່າງໆ ເພື່ອໃຫ້ການນຳສະເໜີຂ່າວມີຄວາມຖືກຕ້ອງ ແລະ ຄົບຖ້ວນ.



2. ບົດຮຽນທີ່ດີທີ່ສຸດໃນການລາຍງານຂ່າວ (Best Practices)
ແລກປ່ຽນ ບົດຮຽນທີ່ດີທີ່ສຸດ ໃນການລາຍງານຂ່າວດ້ານສິ່ງແວດລ້ອມ ແລະ ສີຂຽວ ຈາກຜູ້ມີປະສົບການ ເພື່ອນຳມາປັບໃຊ້ໃຫ້ແທດເໝາະກັບບໍລິບົດ ແລະ ສິ່ງທ້າທາຍໃນສັງຄົມລາວ.
3. ການພັດທະນາສີຂຽວ ແລະ ທາງອອກທີ່ຍືນຍົງ
ປ່ຽນຈາກການລາຍງານພຽງແຕ່ “ບັນຫາ” ມາເປັນການນຳສະເໜີກ່ຽວກັບ ການພັດທະນາສີຂຽວ ແລະ ທາງອອກທີ່ຍືນຍົງ (Solutions Journalism) ເພື່ອສ້າງຄວາມຫວັງ ແລະ ແຮງບັນດານໃຈໃຫ້ເກີດການແກ້ໄຂ.
4. ເຕັກນິກການເລົ່າເລື່ອງເພື່ອສ້າງຜົນກະທົບ
ຝຶກຝົນ ເຕັກນິກການເລົ່າເລື່ອງ (Storytelling) ໃຫ້ມີພະລັງ ແລະ ເຂົ້າເຖິງໃຈຄົນ ເພື່ອສ້າງຜົນກະທົບດ້ານສິ່ງແວດລ້ອມ ແລະ ກະຕຸ້ນໃຫ້ເກີດການປ່ຽນແປງພຶດຕິກຳຢ່າງແທ້ຈິງ.
5. ເຄື່ອງມືດິຈິຕອນ ແລະ ນະວັດຕະກຳສື່
ການນຳໃຊ້ ເຄື່ອງມືດິຈິຕອນ ແລະ ນະວັດຕະກຳ ໃໝ່ໆ ໃນວຽກງານສື່ມວນຊົນ ເພື່ອເຮັດໃຫ້ຂໍ້ມູນດ້ານສິ່ງແວດລ້ອມທີ່ຊັບຊ້ອນ ກາຍເປັນເລື່ອງທີ່ເຂົ້າໃຈງ່າຍ ແລະ ໜ້າຕິດຕາມ.
6. ມຸມມອງດ້ານບົດບາດຍິງ-ຊາຍ, ຊາວໜຸ່ມ ແລະ ຊຸມຊົນ
ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມ ແລະ ສຽງຈາກກຸ່ມບົດບາດຍິງ-ຊາຍ, ຊາວໜຸ່ມ ແລະ ຊຸມຊົນ ເພາະທຸກພາກສ່ວນຄືກຳລັງສຳຄັນໃນການປົກປັກຮັກສາສິ່ງແວດລ້ອມຢ່າງຍືນຍົງ.

