ຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ປະຈຳປີ 2026 ທີ່ນະຄອນຫຼວງພະບາງ.
ໃນວັນທີ 4 ພຶດສະພາ 2026 ນີ້, ໂຄງການ GAMCIL ໄດ້ເປີດຊຸດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ເພື່ອຍົກລະດັບສັກກະຍະພາບໃຫ້ ຕາງໜ້ານັກຂ່າວ ຈາກ 8 ແຂວງພາກເໜືອແບບເຊິ່ງໜ້າ ແລະ ຕາງໜ້າພາກກາງ ແລະ ພາກໃຕ້ໃນຮູບແບບອອນລາຍ ໃນການນຳສະເໜີຂ່າວສານດ້ານສິ່ງແວດລ້ອມໃຫ້ມີພະລັງ ແລະ ທັນສະໄໝ.



ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊະມູນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ບຸນໄຫຼ ດວງເດືອນ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ທ່ານ ບຸນເພັງ ທຳມະວົງ, ຫົວໜ້າອະວຸໂສ ບໍລິຫານແຜນງານ, ອົງການແຄຣ໌ ລາວ.



ຈຸດປະສົງຫຼັກຂອງການຝຶກອົບຮົມ ແມ່ນເພື່ອເຝິກທັກສະການຂຽນຂ່າວສັ້ນໃຫ້ດຶງດູດ ແລະ ໜ້າຕິດຕາມ, ເຈາະເລິກຂໍ້ມູນພື້ນຖານດ້ານສິ່ງແວດລ້ອມ ແລະ ບັນຫາສີຂຽວ, ຮຽນຮູ້ການນຳໃຊ້ເຄື່ອງມື AI ເຂົ້າໃນການຜະລິດຂ່າວໃຫ້ສະດວກ ແລະ ວ່ອງໄວໃນຍຸກດິຈິຕອນ.




