1

ກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025

ໃນວັນທີ 27 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການ GAMCIL ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ທີ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 47 ຄົນ, ແມ່ຍິງ 15 ຄົນ. ພາຍໃນກອງປະຊຸມແມ່ນໄດ້ມີການສະຫຼຸບ ແລະ ລາຍງານຜົນສຳເລັດ ຂອງການຈັດຕັ້ງປະຕິບັດໂຄງການໃຫ້ເຂດເປົ້າໝາຍຢູ່ ແຂວງ ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງ ຈໍາປາສັກ ໃນໄລຍະປີ 2024, ໄດ້ມີການ​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງທ້າທາຍໃນການຈັດຕັ້ງປະຕິບັດກິດຈະກຳໃນແຕ່ລະພື້ນທີ່ເປົ້າໝາຍຂອງໂຄງການ, ປຶກສາຫາລື ແລະ ໃຫ້ຄວາມເຫັນຮ່ວມກັນໃນການວາງແຜນກິດຈະກຳປະຈຳປີ 2025. ນອກຈາກນັ້ນ ຍັງໄດ້ມີການ ມອບ-ຮັບລາງວັນໃຫ້ແກ່ນັກຂ່າວ ທີ່ຊະນະການປະກວດແຂ່ງຂັນຂຽນຂ່າວ ຈຳນວນ 10 ຄົນ ພ້ອມທັງຮັບຊົມວິດີໂອຜົນສຳເລັດຂອງການເຮັດກິດຈະກຳຂອງໂຄງການ ແລະ…

9

ກອງປະຊຸມ ສຳມະນາ ເຊິ່ງນຳພາໂດຍນັກຂ່າວພາກພື້ນ

ໃນວັນທີ 25 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມສຳມະນາ ລະດັບພາກພື້ນ ໃນຫົວຂໍ້: “ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ” ທີ່ ນະຄອນຫຼວງວຽງຈັນ, ໂດຍການເຊີນ ນັກຂ່າວຈາກ ປະເທດ ສສ ຫວຽດນາມ, ຣາຊະອານາຈັກໄທ ແລະ ວິທະຍາກອນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອມາຮ່ວມກອງປະຊຸມ ແລະ ເສວະນາ ເພື່ອໃຫ້ຄວາມຮູ້, ແລກປ່ຽນປະສົບການໃຫ້ແກ່ ນັກສື່ມວນຊົນລາວ ແລະ ຍັງໄດ້ເຊີນຕາງໜ້ານັກຂ່າວທີ່ໄດ້ເຂົ້າຮ່ວມໂຄງການເຂົ້າມາຮ່ວມໃນກອງປະຊຸມແບບເຊິ່ງໜ້າ ແລະ ນັກຂ່າວໃນທົ່ວປະເທດ ເຂົ້າຮ່ວມແບບອອນລາຍ ເຊິ່ງມີຜູ້ເຂົ້າຮ່ວມແບບເຊິ່ງໜ້າທັງໝົດ 74 ທ່ານ, ຍິງ 35 ທ່ານ ແລະ ເຂົ້າຮ່ວມຜ່ານທາງອອນລາຍ ຈຳນວນ 125…

2

ການແລກປ່ຽນ ແລະ ຝຶກອົບຮົມການປະຕິບັດຕົວຈິງ ໃຫ້ກັບນັກຂ່າວລາວ ທີ່ປະເທດໄທ

ໃນວັນລະຫວ່າງ ວັນທີ 10-21 ກຸມພາ 2025, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ນຳພາ ຕາງໜ້ານັກຂ່າວລາວ ທີ່ຊະນະເລີດຈາກການແຂ່ງຂັນຜະລິດຕະພັນສື່ສີຂຽວ ຈຳນວນ 6 ຄົນ ຍິງ 4 ຄົນ ໄປແລກປ່ຽນ ແລະ ຝຶກອົບຮົມປະຕິບັດຕົວຈິງ ຢູ່ທີ່ ບາງກອກ, ປະເທດໄທ. ຈຸດປະສົງກໍແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈກ່ຽວກັບຄວາມສຳຄັນ ແລະ ການປັບຕົວເຂົ້າກັບຍຸກດິຈີຕອນ ໃນການລາຍງານຂ່າວບັນຫາສີຂຽວ ແລະ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ການລາຍງານຂ່າວຈາກ ນັກຂ່າວລະດັບພາກພື້ນ. ເຊິ່ງກິດຈະກຳ ໄດ້ແບ່ງອອກເປັນ 3 ພາກໃຫຍ່ຄື: ການຝຶກອົບຮົມໃນຫ້ອງ ເປັນເວລາ 2 ວັນ ເພື່ອວັດລະດັບຄວາມເຂົ້າໃຈເບື້ອງຕົ້ນຂອງ ຜູ້ເຂົ້າຮ່ວມຝຶກອົບຮົມ, ແນະນຳເຕັກນິກການຜະລິດ ແລະ ເລືອກຫົວຂໍ້ຂ່າວກ່ຽວກັບສິ່ງແວດລ້ອມ ໃຫ້ແທດເໝາະກັບສັງຄົມ, ພາກທີ 2 ຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມ ເພື່ອລົງວຽກພາກປະຕິບັດຝຶກວຽກໂຕຈິງ…

ການແຂ່ງຂັນ1

ການແຂ່ງຂັນຜະລິດຕະພັນສື່ສີຂຽວປະຈຳປີຂອງນັກຂ່າວລາວ

ໃນລະຫວ່າງວັນທີ 18 – 25 ມັງກອນ 2025 ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດການແຂ່ງຂັນຜະລິດຕະພັນສື່ສີຂຽວປະຈຳປີ ຂອງໂຄງການ GAMCIL ຂື້ນທີ ນະຄອນຫຼວງວຽງຈັນ ພາຍໃຕ້ 2 ຫົວຂໍ້ “ ການປົກປັກຮັກສາຊີວະນານາພັນ ໂດຍການມີສ່ວນຮ່ວມຂອງບົດບາດ ຍິງ-ຊາຍ, ການປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງ ບົດບາດຍິງ-ຊາຍ ເຊິ່ງມີນັກຂ່າວເຂົ້າຮ່ວມໂຄງການທັງ 3 ພາກ ທີ່ໄດ້ສົ່ງບົດເຂົ້າປະກວດທັງໝົດ 36 ບົດ, ແຍກປະເພດວິດິໂອສັ້ນ 4 ບົດ ແລະ ບົດຂຽນ 32 ບົດ. ຈຸດປະສົງຂອງການຈັດການແຂ່ງຂັນໃນຄັ້ງນີ້ ກໍແມ່ນເພື່ອ ເປັນການເພີ່ມຄວາມຮູ້ຄວາມສາມາດຂອງຜູ້ເຂົ້າຮ່ວມ ໃນການສົ່ງບົດຂ່າວກ່ຽວກັບການພັດທະນາສີຂຽວທີ່ມີຄຸນນະພາບ ເຂົ້າຮ່ວມການແຂ່ງຂັນ, ເພື່ອໃຫ້ໄດ້ບົດຂ່າວຢ່າງໜ້ອຍ 10 ບົດທີ່ໄດ້ຮັບການຄັດເລືອກ ແລະ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ຫຼາຍຂື້ນກ່ຽວກັບການພັດທະນາສີຂຽວຜ່ານຮູບແບບໜັງສືືພິມ, ວາລະສານ, ເວັບໄຊ ແລະ ສື່ສັງຄົມອອນລາຍ….

ຂະບວນທັດສະນະສຶກສາ ຂອງນັກຂ່າວທົ່ວປະເທດ ພາຍໃຕ້ໂຄງການ GAMCIL

ຂະບວນທັດສະນະສຶກສາ ຂອງນັກຂ່າວທົ່ວປະເທດ ພາຍໃຕ້ໂຄງການ GAMCIL

ໃນລະຫວ່າງວັນທີ 3-13 ທັນວາ 2024 ທີ່ຜ່ານມາ, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ ໄດ້ ສຳເລັດການຈັດຂະບວນທັດສະນະສຶກສາໃຫ້ແກ່ນັກຂ່າວລາວທັງສາມພາກ ທີ່ແຂວງ ຜົ້ງສາລີ ກໍຄືໂຄງການ WECR, KFSP ແລະ ແຂວງ ເຊກອງ ໂຄງການ SuPER WE Coffee. ຈຸດປະສົງການທັດສະນະສຶກສາໃນຄັ້ງນີ້ກໍແມ່ນ ເພື່ອສົ່ງເສີມໃຫ້ນັກຂ່າວ ໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດຕົວຈິງຈາກການເກັບກຳຂໍ້ມູນກ່ຽວກັບການພັດທະນາສີຂຽວ ທີ່ຕິດພັນກັບການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສາມາດນໍາເອົາບົດຮຽນທີ່ໄດ້ຮຽນມາ ໃຊ້ເຂົ້າໃນການເກັບກຳຂໍ້ມູນຢ່າງມີຄວາມຊຳນິຊຳນານ ແລະ ສາມາດເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການພັດທະນາສີຂຽວໂດຍຜ່ານການລາຍງານສື່ແບບໃໝ່ໃຫ້ຮູ້ໃນຂອບເຂດທົ່ວປະເທດ. ພາຍຫຼັງທີ່ສຳເລັດການທັດສະນະສຶກສາແລ້ວ ນັກຂ່າວແມ່ນມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບການຂຽນຂ່າວ ແລະ ການລາຍງານຂ່າວສີຂຽວໃນຮູບແບບໃໝ່. ນອກຈາກນັ້ນ ນັກຂ່າວຍັງຈະໄດ້ເຂົ້າຮ່ວມການແຂ່ງຂັນຂຽນຂ່າວໃນໄວໆນີ້ອີກດ້ວຍ.