WhatsApp Image 2025-10-21 at 12.25.28 (2)
|

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ

ໃນວັນທີ 14 ຕຸລາ 2025 ທີ່ຜ່ານມາ, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ອົງການແຄຣ໌ ລາວ ໄດ້ສຳເລັດກອງປະຊຸມ ອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມ ຂອງອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ. ຈຸດປະສົງກໍແມ່ນເພື່ອຮ່ວມກັນອອກແບບເງື່ອນໄຂ ແລະ ມາດຕະຖານ ຂອງການປະກວດແຂ່ງຂັນຂຽນຂ່າວ ໃຫ້ມີຄວາມສົມບູນຫຼາຍຂຶ້ນ ສຳລັບ 3 ກຸ່ມເປົ້າໝາຍຄື: ນັກຂ່າວພາກລັດ, ພາກອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ ແລະ ສິ່ງສຳຄັນແມ່ນ ຈະຊ່ວຍໃຫ້ພວກເຂົາສາມາດຜະລິດສື່ກ່ຽວກັບການພັດທະນາສີຂຽວ ທີມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງໂຄງການ.

0818894f-a578-4fd9-916c-e7b51a10a322

ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮັບສະມາຊິກໃໝ່

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຈັດພິທີຢ່າງເປັນທາງການຮັບເອົາສະມາຊິກເພີ່ມ 4 ທ່ານ ຈາກ ວິທະຍຸຊາວໝຸ່ມສິນໄຊຍຸກໃໝ່, ສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ ໃນວັນທີ 14 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອມາຮ່ວມກັນເປັນສ່ວນໜຶ່ງໃນການພັດທະນາບຸກຄະລາກອນສື່ມວນຊົນລາວໃນຂອບທົ່ວປະເທດໃຫ້ເຂັ້ມແຂງໃນຕາມຍຸກດິຈິຕອນ ແລະ ປັນຍາປະດິດ ຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງສະມາຄົມ. ທ່ານ ສະຫວັນຄອນ ຣາຊມູນຕຣີ ປະທານ ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ມອບຂໍ້ຕົກລົງ ໃຫ້ສະມາຊິກໃໝ່ໃນນີ້ລວມມີ ທ່ານ ປະລິນຍາເອກ ບຸນເຮັງ ສຸດທິຈັກ ຫົວໜ້າບັນນາທິການ, ຜູ້ບໍລິຫານ ວິທະຍຸຊາວໝຸ່ມສິນໄຊຍຸກ ໃໝ່, ສູນກາງຊາວໝຸ່ມ ປະຊາຊົນປະຕິວັດລາວ ແລະ ນັກຂ່າວອີກ ສາມທ່ານຄື ທ່ານ ນ້ອຍປະເສີດ ລໍຄໍາຮັກ ແລະ ທ່ານ ແສງອາລຸນ ໄຊຍະລາດ ແລະ ທ່ານ…

|

ຈະມີຫຍັງເກີດ What’s on in Laos

ກິດຈະກໍາທີ່ຈະເກີດຂຶ້ນໃນເດືອນ ຕຸລາ 2025 ນີ້ລວມດັ່ງມີ: ວັນທີ 7: ວັນຄູແຫ່ງຊາດ,ເຊິ່ງເປັນດາໂຮງຮຽນຕ່າງໆ ໃນທົ່ວປະເທດຈະມີກິດຈະກໍາຕ່າງໆເພື່ອຄໍານັບຮັບຕ້ອນວັນສໍາຄັນດັ່ງກ່າວ. ນອກຈາກວັນຄູແລ້ວໃນວັນດຽວກັນນີ້ວັນທີ 7 ກໍ ຄືວັນເພັງ 15 ຄໍ່າ ເດືອນ 11, ພສ 2568 ແມ່ນວັນວັນບຸນ ອອກພັນສາ, ເຊິ່ງຈະມີກິດຈະກໍາທາງປະເພນີ ແລະ ສາດສະໜາພຸດ ທີ່ໜ້າສົນໃຈຕິດຕາມດ້ວຍ ການຊ່ວງເຮືອໃນວັນທີ 8 ຢູ່ ຫຼາຍໆແຂວງລຽບ ຝັ່ງຂອງເຊັ່ນ ນະຄອນຫຼວງວຽງຈັນ. ວັນທີ 12 ຕຸລາເປັນວັນປະກາດເອກະລາດ ຂອງ ຊາດລາວຈາກການເປັນປະເທດຫົວເມືອງຂຶ້ນຂອງ ປະເທດຝຣັ່ງ, ເຊິ່ງເປັນເວລາ 71 ປີ (ແຕ່ປິ 1893-1964).

c996ced4-56b0-4336-bbb7-6c69cc1f83d7

ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວ ເອບີຊີ ອົດສະຕຣາລີ ຈັດຝຶກອົບຮົມວຽກງານສື່ດີຈິຕອນ

ວັນທີ 5 ສິງຫາ 2025 ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວ ເອບີຊີ ປະເທດອົດສະຕຣາລີ ( ABC Australia ) ໄດ້ເປີດຊຸດຝຶກອົບຮົມ ໃນຫົວຂໍ້: ເວທີສົນທະນາການຫັນປ່ຽນເປັນດີຈິຕອນ, ຄວາມຍືນຍົງຂອງສື່ມວນຊົນ, ການຜະລິດເນື້ອໃນດີຈິຕອນ, ການເຮັດຂ່າວຢູ່ໂທລະສັບມືຖື, ການຕ້ານຂ່າວປອມ, ການສ້າງຄວາມຮູ້ດ້ານປັນຍາປະດິດ, ການວິເຄາະສື່ສັງຄົມອອນລາຍ ແລະ ສື່ຊະນິດຕ່າງໆ. ການຝຶກອົບຮົມຄັ້ງນີ້ຈັດຢູ່ໂຮງແຮມ ຄຣາວພາຊາ ນະຄອນຫລວງວຽງຈັນ ລະຫວ່າງ ວັນທີ 5-7 ສິງຫາ 2025 ໂດຍການປັນປະທານຮ່ວມ ຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ເມແກັນ ຈອນສ໌ ທູດອົດສະຕຣາລີປະຈຳລາວ ແລະ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ,…