1
|

ທັດສະນະສຶກສາໃຫ້ແກ່ນັກຂ່າວ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້ ທີ່ແຂວງຄຳມ່ວນ

ໃນວັນທີ 6-8 ກໍລະກົດ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນຳພາທີມສື່ມວນຊົນ 4 ແຂວງພາກໃຕ້, 2 ແຂວງພາກກາງ ແລະ ນັກສື່ອອນລາຍທົ່ວໄປ ລົງເລິກທັດສະນະສຶກສາ ແລະ ຮຽນຮູ້ເລື່ອງການທ່ອງທ່ຽວອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ຜ່ານແຜນພັດທະນາທີ່ຍືນຍົງຂອງ ບໍລິສັດ ເຂື່ອນໄຟຟ້ານໍ້າເທີນ 2 ເຊັນ ສຳພາດຜູ້ປະກອບການທຸລິກິດ ທີ່ມີສ່ວນຮ່ວມໃນການຮັກສາສິ່ງແວດລ້ອມ, ການຜະລິດປາແຫ້ງຂອງຊຸມຊົນ, ສູນໃຫ້ຂໍ້ມູນຂອງອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ສູນການສຶກສາເພື່ອໃຫ້ທຶນພາຍໃນແກ່ນັກຮຽນ ແລະ ຢ້ຽມຊົມເຂື່ອນຜະລິດໄຟຟ້າຂອງ ບໍລິສັດເຂື່ອນໄຟຟ້ານໍ້າເທີນ 2. ນີ້ເປັນການທັດສະນະທີມີຄຸນຄ່າ ແລະ ເປັນປະໂຫຍດຫຼາຍ ສຳລັບນັກສື່ມວນຊົນ ໃນການຜະລິດບົດຂ່າວທີ່ກ່ຽວກັບການພັດທະນາສີຂຽວ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນການອະນຸລັກສິ່ງແວດລ້ອມ.

1
|

ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ເຂົ້າຮ່ວມງານວາງສະແດງ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ພາຍໃຕ້ໂຄງການ GAMCIL ຮ່ວມວາງສະແດງຜົນງານ ແລະ ຂຶ້ນມີຄຳເຫັນ ໃນໂອກາດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນລະຫວ່າງວັນທີ 13-15 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ”. ເພື່ອເປັນການສະເຫຼີມສະຫຼອງງານທີ່ມີຄວາມໝາຍຄວາມສໍາຄັນລະດັບຊາດນີ້, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈໍາ ສປປ ລາວ ພາຍໃຕ້ໂຄງການ GAMCIL ໄດ້ຮ່ວມກັນຈັດບູດວາງສະແດງຜົນງານ ເພື່ອນຳສະເໜີຜົນສຳເລັດ ແລະ ຄວາມຄືບໜ້າຂອງການຮ່ວມມື ຫຼັກໆ ແມ່ນການພັດທະນາຂີດຄວາມສາມາດດ້ານການສື່ສານ ແລະ ວຽກງານສື່ມວນຊົນໃນໄລຍະຜ່ານມາ ເຊິ່ງໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ຈາກຄະນະການນຳຂັ້ນສູງ ແລະ ຜູ້ເຂົ້າຮ່ວມງານ. ໃນໂອກາດອັນດີນີ້, ທ່ານ ປະທານສະມາຄົມນັກຂ່າວລາວ ໄດ້ຂຶ້ນມີຄຳເຫັນຢ່າງມີເນື້ອໃນເລິກເຊິ່ງ ໃນຫົວຂໍ້: “ການປົກປ້ອງສິດ ແລະ ຜົນປະໂຫຍດຂອງສື່ມວນຊົນໃນຍຸກອຸດສາຫະກຳ 4.0”. ທ່ານໄດ້ເນັ້ນໜັກວ່າ: “ສະມາຄົມນັກຂ່າວລາວ ຍາມໃດກໍຍັງຄົງມຸ້ງໝັ້ນທີ່ຈະສະໜັບສະໜູນ ແລະ ຍົກລະດັບທັກສະຂອງນັກຂ່າວລາວ…

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ໂຮງງານບຳບັດນໍ້າ Deep C Blue

ໃນວັນທີ 15 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນໍາພາຕົວແທນຜູ້ເຂົ້າຮ່ວມ 10 ທ່ານ ຈາກໂຄງການ GAMCIL ທັດສະນະແລກປ່ຽນ ທີ່ ໂຮງງານບຳບັດນໍ້າ Deep C Blue ທີ່ເມືອງ ໄຮ່ຟ່ອງ ປະເທດຫວຽດນາມ ເພື່ອເປີດໂລກການຮຽນຮູ້ທີ່ໜ້າຕື່ນເຕັ້ນ! ນີ້ບໍ່ແມ່ນພຽງແຕ່ການທັດສະນະທຳມະດາ, ແຕ່ແມ່ນການເຂົ້າໄປສຳຜັດກັບ ນະວັດຕະກຳສີຂຽວ ທີ່ກ້າວໜ້າ ເເລະ ທັນສະໄໝ. ຜູ້ເຂົ້າຮ່ວມ ໄດ້ເຂົ້າຮ່ວມການສຶກສາຢ່າງເລິກເຊິ່ງກ່ຽວກັບ ໂຮງງານບຳບັດນ້ຳເປື້ອນສູນກາງຂະໜາດໃຫຍ່, ໄດ້ເຫັນຂັ້ນຕອນການເຮັດວຽກທີ່ລະອຽດ, ເຊິ່ງສາມາດປ່ຽນນ້ຳເປື້ອນທີ່ປ່ອຍອອກມາຈາກໂຮງງານ, ຄົວເຮືອນ, ຮ້ານຄ້າ ໃຫ້ກາຍເປັນ ນ້ຳທີ່ໃສສະອາດ ແລະ ສາມາດນຳມາໃຊ້ຄືນໄດ້ ໂດຍໃຊ້ເຕັກໂນໂລຢີທີ່ມີປະສິດທິພາບສູງ. ນອກຈາກນັ້ນ, ທາງໂຮງງານຍັງໄດ້ນຳພາຢ້ຽມຊົມສວນກ້າເບ້ຍໄມ້, ພຶດຜັກຊະນິດຕ່າງໆ, ສວນສາທາລະນະສຳລັບພະນັກງານໃນໂຮງງານ ແລະ ສຶ້ນສຸດທີ່ກັງຫັນລົມຂະໜາດໃຫຍ່ ທີ່ໃຊ້ສຳລັບຜະລິດໄຟຟ້າ ເພື່ອໃຊ້ພາຍໃນໂຮງງານ. ນີ້ຄືສິ່ງທີ່ຢັ້ງຢືນວ່າ ໂຮງງານບຳບັດນໍ້າເປື້ອນ Deep C Blue ໄດ້ມີສ່ວນຮ່ວມໃນການຄຸ້ມຄອງສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ….

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ

ໃນວັນທີ 12 ທັນວາ 2025, ພາຍໃຕ້ບັນຍາກາດທີ່ຕື່ນເຕັ້ນ ແລະ ເຕັມໄປດ້ວຍການຮຽນຮູ້, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ນຳພາຕົວແທນ 10 ທ່ານ ຈາກໂຄງການ GAMCIL ເຂົ້າຢ້ຽມຢາມ ຫ້ອງທົດລອງຄົ້ນຄວ້າມົນລະພິດໄມໂຄຣພລາສຕິກ ອັນເປັນຈຸດຍຸດທະສາດ ທີ່ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ. ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ນາງ ມາຍ ເຮືອງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງ USTH, ໄດ້ເປັນຜູ້ເປີດໂປງຄວາມລັບທີ່ຢູ່ເບື້ອງຫຼັງການຄົ້ນຄວ້າວ່າ: • ໄມໂຄຣພລາສຕິກ: ໄພຂົ່ມຂູ່ທີ່ເບິ່ງບໍ່ເຫັນ! ທ່ານ ນາງ ມາຍ ເຮືອງ ໄດ້ເວົ້າວ່າ ອະນຸພາກພລາສຕິກຂະໜາດນ້ອຍເຫຼົ່ານີ້ ກໍາລັງສ້າງຄວາມເສຍຫາຍຮ້າຍແຮງຕໍ່ມະນຸດ ແລະ ສິ່ງແວດລ້ອມຢ່າງຫຼາຍ. ການຢ້ຽມຢາມຄັ້ງນີ້ ແມ່ນການເເລກປ່ຽນທີ່ສຳຄັນທີ່ສຸດ ເພື່ອນຳເອົາຄວາມຈິງທາງວິທະຍາສາດໄປສູ່ຊຸມຊົນ. ທາງ USTH ຢືນຢັນວ່າ ການແກ້ໄຂບັນຫາສິ່ງແວດລ້ອມ ຕ້ອງເລີ່ມຕົ້ນດ້ວຍການຕື່ນຕົວ…

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສຳນັກຂ່າວສານອອນລາຍ VietnamPlus

ໃນພາກບ່າຍ ຂອງວັນທີ 11 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ສຶບຕໍ່ນຳພາຄະນະຜູ້ເຂົ້າຮ່ວມຈາກ ສປປ ລາວ ສືບຕໍ່ທັດສະນະສຶກສາທີ່ VietnamPlus, ສຳນັກຂ່າວອອນລາຍຊັ້ນນຳຂອງຫວຽດນາມ. ການແລກປ່ຽນຄວາມຮູ້ໃນຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ເຈິ່ນ ຈ້ຽນ ຢ້ວນ, ຫົວໜ້າບັນນາທິການໜັງສືພິມອອນລາຍ VietnamPlus, ໄດ້ໃຫ້ກຽວເປັນປະທານ ໃນກອງປະຊຸມ ເເລະ ຕ້ອນຮັບຢ່າງອົບອຸ່ນ. ພ້ອມກັນນີ້, ທ່ານ ຫວໍ ເເມ້ງ ກໍໄດ້ເປັນຜູ້ບັນຍາຍບົດຮຽນ ແລະ ຕອບຄຳຖາມແລກປ່ຽນກັບບັນດາຜູ້ຕາງໜ້າຈາກ ສປປ ລາວ. ນອກຈາກນີ້ຍັງໄດ້ສຶກສາການເຮັດວຽກຕົວຈິງຂອງຫ້ອງການຂ່າວອອນລາຍ, ໂດຍສະເພາະແມ່ນການຜະລິດ ສື່ທີ່ຫຼາກຫຼາຍຮູບແບບ (Multimedia) ແລະ ວິທີການຈັດການຂ່າວສານທີ່ເນັ້ນວິທີການຈັດການຂ່າວສານເພື່ອໃຫ້ເຂົ້າເຖິງຜູ້ຊົມໃນເວທີຕ່າງໆຢ່າງມີປະສິດທິພາບ. ປະສົບການທີ່ໄດ້ຮັບຈາກ VietnamPlus ນີ້ມີຄວາມສຳຄັນຢ່າງຍິ່ງໃນການເປີດມູມມອງໃໝ່ ກ່ຽວກັບການຫັນປ່ຽນສື່ມວນຊົນພື້ນເມືອງໄປສູ່ຍຸກດິຈິຕອລຢ່າງມີປະສິດທິພາບ. VietnamPlus ຖືກຍົກໃຫ້ເຫັນວ່າເປັນຕົວຢ່າງທີ່ດີເດັ່ນຂອງການນຳໃຊ້ ນະວັດຕະກຳ ແລະ ເທັກໂນໂລຢີໃໝ່ໆ ເຂົ້າໃນການຜະລິດຂ່າວໃນຍຸກດິຈິຕອລ. ເຊິ່ງບົດຮຽນຈາກສຳນັກຂ່າວອອນລາຍຊັ້ນນຳນີ້ ຈະກາຍເປັນພື້ນຖານອັນລ້ຳຄ່າໃຫ້ແກ່ການພັດທະນາວຽກງານສື່ມວນຊົນຂອງລາວໃນອະນາຄົດຜ່ານການຜັນຂະຫຍາຍສືບຕໍ່ຂອງຜູ້ຕາງໜ້າຈາກ ສປປ ລາວ…