1
|

ກິດຈະກຳເພື່ອນສອນເພື່ອນ ການຮັກສາສິ່ງແວດລ້ອມ, ການເກັບຂີ້ເຫຍື້ອ ແລະ ບົດບາດທາງເພດໃຫ້ແກ່ຈິດອາສາໄວໜຸ່ມ

ເຊົ້າມື້ນີ້ ວັນທີ 07 ມິຖຸນາ 2026 ສຳລັບກິດຈະກຳ “ເພື່ອນຊ່ວຍເພື່ອນ” ຂອງໄວໜຸ່ມພາກໃຕ້ ທີ່ນະຄອນປາກເຊ, ແຂວງຈຳປາສັກ ເຊິ່ງຈະຈັດຂຶ້ນເປັນເວລາ 02 ວັນເຕັມ ໃນລະຫວ່າງວັນທີ 07-08 ມິຖຸນາ 2026. ໂດຍຮ່ວມເປັນປະທານໃນພິທີໂດຍ ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມເເຂວງ ຈໍາປາສັກ ແລະ ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການ GAMCIL, ປະຈໍາ ອົງການ ເເຄຣ໌ ນານາຊາດ ປະຈໍາ ສປປ ລາວ. ກິດຈະກຳໃນຄັ້ງນີ້ ເປັນການເຕົ້າລວມຂອງໄວໜຸ່ມຈິດອາສາທີ່ຈະມາຮຽນຮູ້ ແລະ ເເລກປ່ຽນເຊິ່ງກັນ ເເລະ ກັນ ເພື່ອວຽກງານຂອງສັງຄົມ ຜ່ານ 3 ຫົວຂໍ້ຫຼັກ ດັ່ງນີ້: ການຮັກສາສິ່ງແວດລ້ອມ: ຮຽນຮູ້ການປົກປັກຮັກສາທຳມະຊາດຢ່າງຖືກວິທີ. ບົດບາດທາງເພດ: ສົ່ງເສີມຄວາມສະເໝີພາບ ບໍ່ວ່າເພດໃດກໍສາມາດເປັນຜູ້ນຳ ແລະ…

1
|

ທີມງານຄູຝຶກ GAMCIL ສອງແຂວງພາກໃຕ້ ສົ່ງຕໍ່ຄວາມຮູ້ “ບົດບາດທາງເພດ ຕໍ່ກັບການປ່ຽນເເປງສະພາບດິນຟ້າອາກາດ”

ຄວາມສະເໝີພາບທາງເພດ ແລະ ການຮັບມືກັບສິ່ງແວດລ້ອມ ແມ່ນເລື່ອງຂອງທຸກຄົນ! ຫຼ້າສຸດນີ້, ທີມງານຄູຝຶກຈາກໂຄງການ ແກມຊິວ (GAMCIL) ປະຈຳແຂວງຈຳປາສັກ ແລະ ແຂວງສາລະວັນ ທີ່ໄດ້ຜ່ານການຝຶກອົບຮົມສ້າງຂີດຄວາມສາມາດມາຢ່າງເຂັ້ມງວດ, ໄດ້ຮ່ວມແຮງຮ່ວມໃຈກັນຈັດຊຸດຝຶກອົບຮົມ ແລະ ຖ່າຍທອດຄວາມຮູ້ຢ່າງເປັນຂະບວນຟົດຟື້ນ ໃຫ້ແກ່ກຸ່ມໄວໜຸ່ມຈິດອາສາ ພາຍໃຕ້ຫົວຂໍ້: “ບົດບາດທາງເພດ ຕໍ່ການປ່ຽນແປງສະພາບດິນຟ້າອາກາດ”. ເພື່ອໃຫ້ເຫັນວ່າທຸກເພດທຸກໄວລ້ວນແຕ່ມີບົດບາດ ແລະ ເປັນກຳລັງຫຼັກທີ່ຂາດບໍ່ໄດ້ ໃນການບໍລິຫານຈັດການ ແລະ ຮັບມືກັບບັນຫາສິ່ງແວດລ້ອມ. ສິ່ງທີ່ໜ້າພາກພູມໃຈທີ່ສຸດແມ່ນ, ຜ່ານຂະບວນການຮຽນຮູ້ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນເຖິງການປ່ຽນແປງ ໂດຍຜູ້ເຂົ້າຮ່ວມທຸກຄົນມີຄວາມຕື່ນຕົວສູງ, ກ້າສະແດງຄວາມຄິດເຫັນ ແລະ ສະແດງໃຫ້ເຫັນເຖິງສັກກະຍະພາບ ພ້ອມທັງຄວາມມຸ່ງໝັ້ນຢ່າງເຕັມສ່ວນ ທີ່ຈະກ້າວຂຶ້ນມາເປັນ “ຜູ້ນຳຮຸ່ນໃໝ່ໃນຊຸມຊົນ” ຂອງຕົນເອງ. ນີ້ຄືບາດກ້າວອັນສຳຄັນ ທີ່ພິສູດໃຫ້ເຫັນວ່າ ໄວໜຸ່ມເຮົາພ້ອມແລ້ວທີ່ຈະນຳເອົາບົດຮຽນ ແລະ ປະສົບການຕົວຈິງໃນຄັ້ງນີ້ ໄປຜັນຂະຫຍາຍ, ປ່ຽນແປງ ແລະ ຮ່ວມກັນປົກປັກຮັກສາສິ່ງແວດລ້ອມໃນທ້ອງຖິ່ນໃຫ້ເກີດຄວາມຍືນຍົງຢ່າງແທ້ຈິງ!

1
|

ກິດຈະກຳເກັບຂີ້ເຫຍື້ອ ຂອງໂຄງການ GAMCIL ທີ່ນະຄອນປາກເຊ, ແຂວງຈຳປາສັກ

ວັນທີ 8 ມິຖຸນາ 2026 – ໃນເຊົ້າມື້ນີ້, ບໍລິເວນທາງຂຶ້ນ ແລະ ຈຸດຊົມວິວພູສະເຫຼົ້າ ນະຄອນປາກເຊ ໄດ້ເຕັມໄປກຸ່ມໄວໜຸ່ມຈິດອາສາຈາກ ໂຄງການ “ມື້ລະຖົງ” ແລະ ລາຍການວິທະຍຸ “ເປີດໃຈໄວໜຸ່ມ” ທີ່ພ້ອມພຽງຮຽງໜ້າກັນມາເຮັດກິດຈະກຳເກັບຂີ້ເຫຍື້ອ ເພື່ອຄືນຄວາມສະອາດງາມຕາໃຫ້ກັບສະຖານທີ່ທ່ອງທ່ຽວສັກສິດຄູ່ບ້ານຄູ່ເມືອງ. ນ້ອງໆ ທຸກຄົນຕ່າງມີເປົ້າໝາຍດຽວກັນ ຄື: “ຢາກເຫັນບ້ານເກີດຂອງພວກເຮົາສະອາດ ແລະ ເປັນລະບຽບຮຽບຮ້ອຍ”. ພາບຂອງການຊ່ວຍເຫຼືອກັນຢ່າງບໍ່ຮູ້ອິດຮູ້ເມື່ອຍໃນມື້ນີ້ ບໍ່ວ່າຈະເປັນຍິງ ຫຼື ຊາຍ, ໄວຮຽນ ຫຼື ໄວເຮັດວຽກ ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ: ບໍ່ວ່າເພດໃດ ຫຼື ກຸ່ມຄົນໃດ, ເຮົາທຸກຄົນລ້ວນແຕ່ເປັນບົດບາດຫຼັກສຳຄັນໃນການຮ່ວມລົງມືເຮັດໃຫ້ບ້ານເຮົາມີພື້ນທີ່ສະອາດ. ການປ່ຽນແປງຂອງສັງຄົມບໍ່ໄດ້ຂຶ້ນກັບໃຜຄົນໜຶ່ງ, ແຕ່ມັນເລີ່ມຕົ້ນຈາກພະລັງຄວາມສາມັກຄີ ແລະ ການລົງມືເຮັດແທ້ຂອງພວກເຮົາທຸກຄົນ. ຂໍຕົບມືຊົມເຊີຍ ໂຄງການມື້ລະຖົງ, ລາຍການວິທະຍຸເປີດໃຈໄວໜຸ່ມ ແລະ ນ້ອງໆ ອາສາສະໝັກທຸກຄົນ ທີ່ເປັນແບບຢ່າງອັນດີງາມ ແລະ ເປັນແຮງຂັບເຄື່ອນໃຫ້ສັງຄົມເຮົາໜ້າຢູ່ຂຶ້ນໃນເຊົ້າມື້ນີ້!

726405967_27633464596249475_7567330832461176057_n
|

ຄະນະຜູ້ແທນຈາກ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ຜູ້ເຂົ້າຮ່ວມໂຄງການ GAMCIL ຈາກແຂວງຫຼວງພະບາງ

ຄະນະຜູ້ແທນຈາກ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ຜູ້ເຂົ້າຮ່ວມໂຄງການ GAMCIL ຈາກແຂວງຫຼວງພະບາງ ກຳລັງເຂົ້າຮ່ວມກິດຈະກຳ “ການແລກປ່ຽນວັດທະນະທຳ ສຳລັບນັກຂ່າວລະດັບພາກພື້ນ ປະຈໍາປີ 2026” ທີ່ ເມືອງໄຮຟ່ອງ, ສສ ຫວຽດນາມ ໃນລະຫວ່າງວັນທີ 17-20 ມິຖຸນາ 2026 ເພື່ອຮ່ວມສະເຫຼີມສະຫຼອງ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 101 ປີ. ເຊິ່ງໃນປີນີ້ ສປປ ລາວ ກໍໄດ້ເຂົ້າຮ່ວມປະກອບສ່ວນແລກປ່ຽນວັດທະນະທຳຜ່ານການຮ້ອງເພງ ເຂົ້າໜຽວສຽງແຄນ ທີປັບແຕ່ງດົນຕີໂດຍນັກຂ່າວຈາກແຂວງຫຼວງພະບາງ. ທ່ານສາມາດຮັບຟັງຜົນງານດັ່ງກ່າວໄດ້ທີ: https://www.youtube.com/watch?v=qUmLK-t6DbQ

1
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ນັກຂ່າວພາກກາງ

ວັນທີ 22-23 ມິຖຸນາ 2026 ຜູເຂົ້າຮ່ວມໄດ້ຝຶກອົບຮົມ ຫົວຂໍ້ “ບົດບາດທາງເພດໃນຍຸກດິຈີຕອນ” ເພື່ອການລາຍງານຂ່າວບັນຫາສີຂຽວທີ່ຮອບດ້ານ ໂດຍສະເພາະແມ່ນໄດ້ລົງເລິກກ່ຽວກັບ ບົດບາດທາງເພດ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ (GBV) ແລະ ຜົນກະທົບຂອງບົດບາດທາງເພດ ຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຈາະເລິກເຕັກນິກການນຳໃຊ້ AI ທີ່ທັນສະໄໝ ເຂົ້າໃນວຽກງານສື່ມວນຊົນຢ່າງຮອບດ້ານ ທີ່ນຳສະເໜີໂດຍ ທ່ານ ອາຈານ ທອງສິງ ສີວົງໄຊ, ອາຈານຈາກ ພາກວິຊາວິທະຍາສາດຄອມພິວເຕີ, ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ ໂດຍເນັ້ນໃສ່ດ້ານການຜະລິດສື່ ແລະ ສະຫຼຸບບົດຂ່າວ ເພື່ອຫຼຸດຜ່ອນເວລາ, ເພີ່ມຄວາມຊັດເຈນ ແລະ ກັ່ນຕອງຂໍ້ມູນໄດ້ໄວຂຶ້ນ, ການນໍາໃຊ້ສຽງພາກຂ່າວ ສ້າງສຽງພາກທີ່ເປັນທຳມະຊາດ, ມືອາຊີບ ແລະ ຫຼາກຫຼາຍຮູບແບບ, ການສ້າງພາບເຄຶ່ອນໄຫວ ປ່ຽນເນື້ອຫາຂ່າວທີ່ຊັບຊ້ອນ ໃຫ້ກາຍເປັນພາບເຄື່ອນໄຫວທີ່ເຂົ້າໃຈງ່າຍ ແລະ ໜ້າຕິດຕາມ ແລະ ຮຽນຮູ້ການປ້ອງກັນຂໍ້ມູນ ແລະ ເຮັດວຽກໃນສື່ສັງຄົມອອນລາຍຢ່າງປອດໄພ ແລະ ໝັ້ນໃຈ.