1
|

ພິທີເປີດຊຸດຝຶກອົບຮົມຄູຝຶກ ການລາຍງານຂ່າວບັນຫາສີຂຽວ ຂອງໂຄງການ GAMCIL

ໃນວັນທີ 27 ເມສາ 2026, ໄດ້ມີພິທີເປີດຊຸດຝຶກອົບຮົມຄູຝຶກໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ຢ່າງເປັນທາງການ. ເປົ້າໝາຍຫຼັກແມ່ນເພື່ອຍົກລະດັບທັກສະການສ້າງເນື້ອໃນ ແລະ ການວາງແຜນແຄມເປນ ດ້ານສິ່ງແວດລ້ອມໃຫ້ມີຄວາມໂດດເດັ່ນ ແລະ ໜ້າສົນໃຈ ໃຫ້ແກ່ພະນັກງານໂຄງການ ແລະ ສະມາຊິກຂອງສະມາຄົມນັກຂ່າວລາວ. ເປັນກຽດກ່າວເປີດງານໂດຍ ທ່ານ ທອງຫຼໍ່ ດວງສະຫວັນ, ຄະນະບໍລິຫານງານ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ແກ້ວປາລິນາ ວົງໂພສີ, ອຳນວຍການຝ່າຍບໍລິຫານ ແລະ ການເງິນ, ອົງການແຄຣ໌ ລາວ. ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນການຝຶກແຕ່ມື້ນີ້ ຈົນເຖິງວັນທີ 30 ເມສາ 2026 ເພື່ອສ້າງໃຫ້ຜູ້ເຂົ້າຮ່ວມກາຍເປັນຄູຝຶກທີ່ມີຄຸນນະພາບ ທີ່ພ້ອມຈະສົ່ງຕໍ່ບົດຮຽນ ແລະ ສ້າງແຮງບັນດານໃຈໃຫ້ກັບເພື່ອນຮ່ວມງານພາຍໃນອົງກອນ.

1
|

ກອງປະຊຸມສະຫຼຸບຜົນງານ ປີ 2025 ແລະ ວາງແຜນກິດຈະກຳ ປີ 2026-2027 ຂອງໂຄງການ GAMCIL

ສຳເລັດການຈັດກອງປະຊຸມສະຫຼຸບຜົນງານ ປີ 2025 ແລະ ວາງແຜນກິດຈະກຳ ປີ 2026-2027 ຂອງໂຄງການ GAMCIL ໃນວັນທີ 25 ກຸມພາ 2026 ຢ່າງຈົບງາມ. ໃຫ້ກຽດຮ່ວມເປັນປະທານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານ ສະມາຄົມນັກຂ່າວລາວ ແລະ ທ່ານ ນາງ ໄພວັນ ຈັນງ່າຄຳ, ຫົວໜ້າຝ່າຍແຜນງານ, ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ. ກອງປະຊຸມຄັ້ງນີ້ ຍັງມີຕ່າງໜ້າຈາກ ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະຄຸ້ມຄອງໂຄງການ ແລະ ນັກຂ່າວຈາກ 3 ແຂວງເປົ້າໝາຍ ຄື ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ. ນອກຈາກນັ້ນ ຍັງມີຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ…

1
|

ກອງປະຊຸມລະດັບພາກພື້ນ ຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວໃນຍຸກດິຈິຕອນ”

ວັນທີ 5 ກຸມພາ 2026 ທີ່ຜ່ານມາ, ກອງປະຊຸມລະດັບພາກພື້ນ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” ໄດ້ຈັດຂຶ້ນຢ່າງສົມກຽດ!!! ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສາຄອນ ພົມມະລາດ, ກໍາມະການກົມການເມືອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ເວີເລີ ສະເມັດ: ຫົວໜ້າພາກສ່ວນຮ່ວມມື, ສະຫະພາບ ເອີຣົບ ປະຈຳລາວ ແລະ ທ່ານ ນາງ ເເກ້ວອໍາພອນ ສຸວັນນະພູມ, ຜູ້ອໍານວຍການອົງການເເຄຣ໌ ນານາຊາດ ປະຈຳ ສປປ ລາວ. ການຮ່ວມມືຄັ້ງນີ້ ໄດ້ມີການສົນທະນາແລກປ່ຽນ ແລະ ຖາມ-ຕອບ ດ້ານສິ່ງແວດລ້ອມ ໂດຍວິທະຍາກອນ ຈາກປະເທດໄທ, ປະເທດຫວຽດນາມ ແລະ ປະເທດລາວ ໃຫ້ແກ່ນັກສື່ມວນຊົນລາວ ຜ່ານ 6 ປະເດັນສຳຄັນ: 1….

1
|

ກອງປະຊຸມຜຸ້ປະສານງານຂັ້ນແຂວງຂອງໂຄງການ GAMCIL

ໃນວັນທີ 29 ມັງກອນ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະສານງານຂັ້ນແຂວງຈາກ ເຂດພຶ້ນທີ່ເປົ້າໝາຍຂອງໂຄງການ GAMCIL ເພື່ອເພີ່ມທະວີຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານ. ກອງປະຊຸມໃນຄັ້ງນີ້ມີຈຸດປະສົງສຳຄັນ ຄື: ສະຫຼຸບຜົນງານ ແລະ ສິ່ງທ້າທາຍ ເພື່ອຮ່ວມກັນຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະສານງານໃນໄລຍະຜ່ານມາ, ຍົກລະດັບການຮ່ວມມື ໃນການປັບປຸງກົນໄກການປະສານງານລະຫວ່າງພະນັກງານໂຄງການ GAMCIL ແລະ ຜູ້ປະສານງານຂັ້ນແຂວງ ໃຫ້ມີຄວາມຊັດເຈນ ແລະ ມີປະສິດທິພາບສູງຂຶ້ນ, ການແລກປ່ຽນບົດຮຽນ ລະຫວ່າງຜູ້ເຂົ້າຮ່ວມຈາກແຕ່ລະເຂດພຶ້ນທີ່ເປົ້າໝາຍ ໄດ້ແລກປ່ຽນປະສົບການຕົວຈິງນຳກັນ ແລະ ການວາງແຜນອະນາຄົດ ເພື່ອລາຍງານ ແລະ ປຶກສາຫາລືກ່ຽວກັບແຜນກິດຈະກຳ ຂອງໂຄງການທີ່ຈະຈັດຕັ້ງປະຕິບັດໃນສົກປີ 2026-2027.

1
|

ຊົມເຊີຍ ວັນທີ 01 ມິຖຸນາ, ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.

ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ໄດ້ຮ່ວມກັນສ້າງຂະບວນການປູກຕົ້ນໄມ້ ທີ່ເມືອງສັງທອງ, ນະຄອນຫຼວງວຽງຈັນ. ກິດຈະກຳໃນຄັ້ງນີ້ ບໍ່ພຽງແຕ່ເປັນການເພີ່ມພື້ນທີສີຂຽວເທົ່ານັ້ນ, ແຕ່ຍັງເປັນການຮ່ວມມືກັນລະຫວ່າງ ສື່ມວນຊົນ, ຕົວແທນນ້ອງໆຜູ້ນຳໃຊ້ສື່ອອນລາຍ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອຂັບເຄື່ອນເປົ້າໝາຍການພັດທະນາແບບຍືນຍົງ ຂອງ ສປປ ລາວ. ການປູກຕົ້ນໄມ້ໃນມື້ນີ້ ຄືການເພີ່ມພື້ນທີ່ສີຂຽວ ທີ່ຈະເຕີບໃຫຍ່ໄປພ້ອມກັບອະນາຄົດຂອງເດັກນ້ອຍລາວ ໃຫ້ໄດ້ຢູ່ໃນສະພາບແວດລ້ອມທີ່ສົດໃສ ແລະ ປອດໄພ.