IMG_6972
|

ກອງປະຊຸມຜຸ້ປະສານງານໂຄງການຂັ້ນແຂວງ ແລະ ການແຕ່ງຕັ້ງທູດໄວໜຸ່ມ ຂອງໂຄງການ GAMCIL 

ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ, ກອງປະຊຸມຜູ້ປະສານງານຂັ້ນແຂວງ ຂອງໂຄງການ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍມີຜູ້ປະສານງານຈາກ 3 ແຂວງເປົ້າໝາຍ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ຈຳປາສັກ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ມີຈຸດປະສົງຫຼັກເພື່ອຖອດຖອນບົດຮຽນ, ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດງານ ໃນໄລຍະຜ່ານມາ ພ້ອມທັງຮ່ວມກັນກໍານົດທິດທາງ ແລະ ວາງແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ມີປະສິດທິພາບ, ສອດຄ່ອງ ແລະ ເຂົ້າເຖິງເປົ້າໝາຍຢ່າງແທ້ຈິງ. ຜ່ານການຈັດກອງປະຊຸມ ຜູ້ເຂົ້າຮ່ວມໄດ້ທົບທວນປະເມີນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແລກປ່ຽນບົດຮຽນທີ່ດີ ຈາກການປະຕິບັດງານຕົວຈິງ ໃນ 3 ພື້ນທີ່. ມີແຜນຮ່ວມມືກັນທີຊັດເຈນ ເພື່ອໃຫ້ການເຮັດວຽກໃນຕໍ່ໜ້າ ບັນລຸີເປົ້າໝາຍ ແລະ ຕອບໂຈດຄວາມຕ້ອງການຂອງຜູ້ເຂົ້າຮ່ວມໂຄງການ.  ຫຼັງຈາກນັ້ນ, ໄດ້ມີການແຕ່ງຕັ້ງ ທູດໄວໜຸ່ມເພື່ອການພັດທະນາສີຂຽວ ຈຳນວນ 14 ຄົນ ຢ່າງເປັນທາງການ. ຈຸດປະສົງຂອງທູດອາສາສະໝັກໄວໜຸ່ມເຫຼົ່ານີ້ ແມ່ນເພື່ອເຮັດໜ້າທີ່ເປັນຕົວແທນໃນການປຸກລະດົມ ແລະ ສ້າງແຮງບັນດານໃຈໃຫ້ກັບຊາວໜຸ່ມດ້ວຍກັນ…

812535784_122162007980654103_5195757148732233848_n
|

ກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ ແລະ ວາງແຜນການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນທ້າຍປີ 2026 

ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ, ໄດ້ມີການຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກຳ 6 ເດືອນຕົ້ນປີ (ມີນາ – ສິງຫາ 2026) ແລະ ວາງແຜນການ 6 ເດືອນທ້າຍປີ (ກັນຍາ 2026 – ກຸມພາ 2027) ຂອງໂຄງການ GAMCIL ຂຶ້ນຢ່າງເປັນທາງການ. ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມສັກ ສະກຸນຄຳ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ ປະທານສະມາຄົມນັກຂ່າວລາວ, ແລະ ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL, ພ້ອມດ້ວຍຄະນະຜູ້ປະສານງານ 3 ແຂວງ, ຕາງໜ້າຄະນະຄຸ້ມຄອງໂຄງການ, 3 ອົງການຈັດຕັ້ງມະຫາຊົນ, ຕາງໜ້າຜູ້ເຂົ້າຮ່ວມກິດຈະກຳໂຄງການທັງພາກລັດ ແລະ ພາກສື່ອອນລາຍທົ່ວໄປ. ໂຄງການໄດ້ລາຍງານຜົນສຳເລັດ, ປຶກສາຫາລືສິ່ງທ້າທາຍໃນການຈັດກິດຈະກຳ ແລະ ຮ່ວມກັນວາງແຜນງານໃນອີກ 6…

1
|

ງານຜະລິດເນື້ອໃນ ແລະ ເຜີຍແຜ່ຫຼັກສູດອອນລາຍ ທີ່ເວັບໄຊ້ ຂອງສະມາຄົມນັກຂ່າວລາວ ທີ່ແຂວງຫຼວງພະບາງ

ໃນວັນທີ 24 ກໍລະກົດ 2026 ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການ ແຄຣ໌ ປະຈໍາ ລາວ ໄດ້ມາສືບຕໍ່ຈັດການຝຶກອົບຮົມ 1 ວັນເຕັມ ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ, ນະຄອນຫຼວງພະບາງ! ງານນີ້ໄດ້ຮັບຄວາມສົນໃຈຈາກໄວໜຸ່ມຢ່າງຄຶກຄື້ນ ເພື່ອແນະນຳຫຼັກສູດອອນລາຍຮຽນຮູ້ດ້ວຍຕົນເອງ ເທິງເວັບໄຊຂອງສະມາຄົມ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ເຊິ່ງຜູ້ທີ່ເຂົ້າຮຽນ ຈະໄດ້ເຂົ້າເຖິງຄວາມຮູ້ການລາຍງານຂ່າວບັນຫາສີຂຽວ, ການນໍາໃຊ້ດິຈິຕອນເຂົ້າໃນການຜະລິດເນື້ອໃນ, ກົດໝາຍສື່ມວນຊົນ, ການສ້າງແຄມເປນກ່ຽວກັບສິ່ງແວດລ້ອມ ແລະ ອີກຫຼາກຫຼາຍຄວາມຮູ້ທີ່ພ້ອມຈະໃຫ້ໄດ້ຮຽນ. ຜູ້ທີສຳເຂົ້າຮຽນຫຼັກສູດນີ້ສຳເລັດ ຈະສາມາດເຂົ້າໃຈເຖິງບັນຫາສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ, ສາມາດຜະລິດເນື້ອໃນທີ່ດຶງດູດຜູ້ຊົມໄດ້, ຮູ້ເຕັກນິກການນຳໃຊ້ເຄື່ອງມືດິຈິຕອນຊ່ວຍໃນການຜະລິດເນື້ອໃນ, ຮູ້ກ່ຽວກັບກົດໝາຍສື່ມວນຊົນ ແລະ ທີສຳຄັນ ຈະໄດ້ຮັບໃບຢັ້ງຢືນຈາກໂຄງການ.

1
|

ຊຸດຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ

ວັນທີ 11 ພຶດສະພາ 2026, ໄດ້ມີພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການ ເຊິ່ງຈະດຳເນີນໄປຈົນເຖິງວັນທີ 15 ພຶດສະພາ 2026. ໂດຍໃຫ້ກຽດຮ່ວມເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມູນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ສົມສົກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ. ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ໃນການສ້າງເນື້ອໃນກ່ຽວກັບບັນຫາສີຂຽວຢ່າງມີຄຸນະພາບ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ຍຶດໝັ້ນໃນຈັນຍາບັນນັກຂ່າວເປັນຫຼັກ. ຕະຫຼອດໄລຍະການຝຶກອົບຮົມ, ນ້ອງໆທຸກຄົນ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມຫ້າວຫັນ ແລະ ຄຳໝັ້ນສັນຍາໃນການຮຽນຮູ້. ໄຮໄລ້ສຳຄັນແມ່ນທຸກຄົນໄດ້ຮ່ວມແຮງຮ່ວມໃຈກັນ “ນຳສະເໜີຜົນງານສື່ສ້າງສັນ ທີ່ດີທີ່ສຸດ ບໍ່ວ່າຈະເປັນໂປສເຕີ້ ທີ່ມີເນື້ອຫາເລິກເຊິ່ງ ຫຼື ວິດີໂອ ທີ່ມີຄຸນນະພາບສູງ” ເຊິ່ງລ້ວນແຕ່ເກີດຈາກແນວຄິດສ້າງສັນຂອງຜູ້ເຂົ້າຮ່ວມທຸກໆຄົນ.

1
|

ຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ປະຈຳປີ 2026 ທີ່ນະຄອນຫຼວງພະບາງ.

ໃນວັນທີ 4 ພຶດສະພາ 2026 ນີ້, ໂຄງການ GAMCIL ໄດ້ເປີດຊຸດຝຶກອົບຮົມ ການລາຍງານຂ່າວບັນຫາສີຂຽວ ເພື່ອຍົກລະດັບສັກກະຍະພາບໃຫ້ ຕາງໜ້ານັກຂ່າວ ຈາກ 8 ແຂວງພາກເໜືອແບບເຊິ່ງໜ້າ ແລະ ຕາງໜ້າພາກກາງ ແລະ ພາກໃຕ້ໃນຮູບແບບອອນລາຍ ໃນການນຳສະເໜີຂ່າວສານດ້ານສິ່ງແວດລ້ອມໃຫ້ມີພະລັງ ແລະ ທັນສະໄໝ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊະມູນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ບຸນໄຫຼ ດວງເດືອນ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ທ່ານ ບຸນເພັງ ທຳມະວົງ, ຫົວໜ້າອະວຸໂສ ບໍລິຫານແຜນງານ, ອົງການແຄຣ໌ ລາວ. ຈຸດປະສົງຫຼັກຂອງການຝຶກອົບຮົມ ແມ່ນເພື່ອເຝິກທັກສະການຂຽນຂ່າວສັ້ນໃຫ້ດຶງດູດ ແລະ ໜ້າຕິດຕາມ, ເຈາະເລິກຂໍ້ມູນພື້ນຖານດ້ານສິ່ງແວດລ້ອມ ແລະ ບັນຫາສີຂຽວ, ຮຽນຮູ້ການນຳໃຊ້ເຄື່ອງມື AI ເຂົ້າໃນການຜະລິດຂ່າວໃຫ້ສະດວກ ແລະ ວ່ອງໄວໃນຍຸກດິຈິຕອນ.