8
|

ທັດສະນະສຶກສາໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ທີ່ນະຄອນຫຼວງພະບາງ 

ໃນວັນທີ 18-21 ສິງຫາ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນຳພາທີມສື່ມວນຊົນ 8 ແຂວງພາກເໜືອ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ຈຳນວນ 36 ຄົນ, ຍິງ 11 ຄົນ ເຂົ້າຮ່ວມທັດສະນະສຶກສາ ແລະ ຮຽນຮູ້ເລື່ອງການທ່ອງທ່ຽວອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ຜ່ານການລົງພື້ນທີ່ຈິງຂອງ ໂຄງການສົ່ງເສີມຕາໜ່າງສັດຕະວະແພດແບບທຸລະກິດ ຢູ່ເມືອງປາກແຊງ. ໄດ້ສຳພາດຢ່າງເປັນກັນເອງກັບຄອບຄົວຕົວແບບ, ສັດຕະວະແພດປະຈຳໝູ່ບ້ານ ແລະ ຊຸມຊົນ ເພື່ອໃຫ້ເຫັນເຖິງການປ່ຽນແປງ ລະຫວ່າງກ່ອນ ແລະ ຫຼັງການໄດ້ຮັບສະໜັບສະໜູນຈາກໂຄງການ. ນອກຈາກນີ້, ພວກເຮົາກໍໄດ້ແວ່ຢ້ຽມຊົມ ສູນຫັດຖະກຳ ອອກພົບຕົກ (Ock Pop Tok) ເຊິ່ງເປັນຕົວແບບທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ ເເລະ ຊ່ວຍສົ່ງເສີມຍົກລະດັບຕະຫຼາດສິນຄ້າຫັດຖະກຳຕຳຫູກຕຳແຜ່ນຂອງລາວໃຫ້ໂດດເດັ່ນ. ຕະຫຼອດການເດີນທາງ, ພວກເຮົາໄດ້ເຫັນເຖິງ “ພະລັງຄວາມຮ່ວມມື” ຂອງຊຸມຊົນຢ່າງແທ້ຈິງ. ແຕ່ສິ່ງທີ່ປະທັບໃຈທີ່ສຸດ ແມ່ນການສົ່ງເສີມບົດບາດແມ່ຍິງ, ທີ່ເປີດໂອກາດໃຫ້ເເມ່ຍິງໄດ້ມີສ່ວນຮ່ວມ ແລະ ກ້າຂຶ້ນມາເປັນຜູ້ນຳໃນການພັດທະນາຊຸມຊົນໄປພ້ອມໆກັນ. 

2
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ທີຫຼວງພະບາງ 

ໃນວັນທີ 19-21 ສິງຫາ 2026, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ຕາງໜ້າສື່ມວນຊົນຈາກ 8 ແຂວງພາກກາງ ແລະ ຜູ້ນຳໃຊ້ສຶ່ອອນລາຍທົ່ວໄປ ລວມທັງໝົດ 36 ຄົນ, ຍິງ 11 ຄົນ ພາຍໃຕ້ໂຄງການ GAMCIL ທີ່ຫຼວງພະບາງ.  ການຝຶກອົບຮົມໃນຄັ້ງນີ້ ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນໄຫຼ ດວງເດືອນ, ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL.  ຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ ຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເພື່ອໃຫ້ການນຳສະເໜີຂ່າວມີຄວາມກວມລວມ ແລະ ເທົ່າທຽມ, ການສົ່ງເສີມສຽງຂອງທຸກກຸ່ມຄົນໃນສົງຄົມ ແລະ ເພື່ອສ້າງຈິດສຳນຶກ ແລະ ກະຕຸ້ນໃຫ້ສັງຄົມຫັນມາໃສ່ໃຈກັບບັນຫາສີຂຽວຢ່າງຍືນຍົງ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ, ຄວາມຮ່ວມມື ແລະ ຮອຍຍິ້ມ! ຜ່ານການຮ່ວມມືກັນວາງແຜນ ແລະ…