1
|

ພິທີ ປະກາດຜົນແຂ່ງຂັນການຂຽນຂ່າວ ປະຈຳປີ 2026 ຂອງໂຄງການ GAMCIL

ໃນວັນທີ 02 ຕຸລາ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ຈັດພິທີປະກາດຜົນການແຂ່ງຂັນການຂຽນຂ່າວປະຈຳປີ 2026 ຂອງໂຄງການ GAMCIL ພາຍໃຕ້ຫົວຂໍ້ “ສຽງຂອງທ່ານ ເພື່ອທຳມະຊາດ“.   ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ມາກ ກາລາເຮີ, ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ, ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ, ຜູ້ອຳນວຍການ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ. ນອກຈາກນີ້ ຍັງມີບັນດາທ່ານຕາງໜ້າຈາກຄູ່ຮ່ວມງານ, ຜູ້ປະສານງານໂຄງການ, ຄະນະກຳມະການ ແລະ ຕົວແທນຜູ້ເຂົ້າຮ່ວມ ຈາກນັກຂ່າວພາກລັດຖະບານ,…