1
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ທີຫຼວງພະບາງ 

ໃນວັນທີ 19-21 ສິງຫາ 2026, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ຕາງໜ້າສື່ມວນຊົນຈາກ 8 ແຂວງພາກກາງ ແລະ ຜູ້ນຳໃຊ້ສຶ່ອອນລາຍທົ່ວໄປ ລວມທັງໝົດ 36 ຄົນ, ຍິງ 11 ຄົນ ພາຍໃຕ້ໂຄງການ GAMCIL ທີ່ຫຼວງພະບາງ.  ການຝຶກອົບຮົມໃນຄັ້ງນີ້ ແມ່ນໃຫ້ກຽດເປັນປະທານໂດຍ ທ່ານ ບຸນໄຫຼ ດວງເດືອນ, ຮອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL.  ຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ ຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເພື່ອໃຫ້ການນຳສະເໜີຂ່າວມີຄວາມກວມລວມ ແລະ ເທົ່າທຽມ, ການສົ່ງເສີມສຽງຂອງທຸກກຸ່ມຄົນໃນສົງຄົມ ແລະ ເພື່ອສ້າງຈິດສຳນຶກ ແລະ ກະຕຸ້ນໃຫ້ສັງຄົມຫັນມາໃສ່ໃຈກັບບັນຫາສີຂຽວຢ່າງຍືນຍົງ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຮັດກິດຈະກຳສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ, ຄວາມຮ່ວມມື ແລະ ຮອຍຍິ້ມ! ຜ່ານການຮ່ວມມືກັນວາງແຜນ ແລະ ຖອດຖອນບົດຮຽນຜ່ານເກມສ້າງສັນ ເພື່ອມຸ່ງເນັ້ນໃສ່ການຍົກລະດັບຄຸນນະພາບຂອງສື່, ສ້າງຄວາມເຊື່ອຖື ແລະ ການລາຍງານຂ່າວ “ບັນຫາສີຂຽວ” ໃຫ້ເຂົ້າເຖິງສັງຄົມຢ່າງມີປະສິດທິພາບ.  ຫຼັງຈາກຈົບຊຸດຝຶກອົບຮົມຄັ້ງນີ້, ຄາດວ່າຕາງໜ້າສື່ມວນຊົນທັງ 8 ແຂວງ ສາມາດຍົກລະດັບຂີດຄວາມສາມາດ ໃນການຜະລິດ ແລະ ນຳສະເໜີຂ່າວສານ ທີ່ບໍ່ພຽງແຕ່ສະທ້ອນເຖິງບັນຫາສິ່ງແວດລ້ອມ (ບັນຫາສີຂຽວ) ເທົ່ານັ້ນ, ແຕ່ຍັງສາມາດສອດແຊກ ມິຕິດ້ານບົດບາດຍິງ-ຊາຍ ເຂົ້າໃນເນື້ອຫາຂ່າວ ເພື່ອໃຫ້ສັງຄົມເກີດຄວາມຕື່ນຕົວ, ມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດຮ່ວມກັນ. 

1
|

ທັດສະນະສຶກສາໃຫ້ແກ່ນັກຂ່າວ 8 ແຂວງພາກເໜືອ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ທີ່ນະຄອນຫຼວງພະບາງ 

August 18, 2026, the Lao Journalists’ Association and CARE Laos led a team of 36 journalist (including 11 women) from 8 northern provinces and citizen journalists on a study tour to learn about community-based eco-tourism through hands-on field visits with the Enhancing the Commercial Paravet Project (ECPP) in Pak Xeng District. They conducted informal interviews with model families, village veterinary workers, and community members…

1
|

ຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ 

ວັນທີ 10-14 ສິງຫາ 2026, ສະມາຄົມນັກຂ່າວລາວ ແລະ ອົງການແຄຮ໌ ລາວ ໄດ້ມີພິທີເປີດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ ຜຸ້ນຳໃຊ້ສື່ອອນລາຍທົ່ວໄປ 40 ຄົນ, ຍິງ 21 ຄົນ ທີ່ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດຮ່ວມເປັນປະທານຂອງ ທ່ານ ສົມສົກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມູນຕຣີ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL.  ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ໃນການສ້າງເນື້ອໃນກ່ຽວກັບບັນຫາສີຂຽວຢ່າງມີຄຸນະພາບ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ຍຶດໝັ້ນໃນຈັນຍາບັນນັກຂ່າວເປັນຫຼັກ.  ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມຫ້າວຫັນ ແລະ ຄຳໝັ້ນສັນຍາໃນການຮຽນຮູ້ ເຊັນ ການນຳໃຊ້ປັນຍາປະດິດຊ່ວຍໃນການຜະລິດພາບ, ການເຮັດວິດີໂອ, ການນຳໃຊ້ສື່ໃຫ້ຖືກຫຼັກຈັນຍາບັນ ແລະ ໄຮໄລ້ສຳຄັນແມ່ນ ການສ້າງແຜນຜະລິດແຄມເປນທີ່ສື່ເຖິງບັນຫາສິ່ງແວດລ້ອມ, ການແກ້ໄຂບັນຫາ, ການເຊີນຊວນຄົນເຂົ້າຮ່ວມຮັກສາສິ່ງແວດລ້ອມ. ທຸກຄົນໄດ້ຮ່ວມແຮງຮ່ວມໃຈກັນ ນຳສະເໜີຜົນງານສື່ສ້າງສັນ ທີ່ດີທີ່ສຸດ ບໍ່ວ່າຈະເປັນໂປສເຕີ້ ທີ່ມີເນື້ອຫາເລິກເຊິ່ງ ຫຼື ວິດີໂອ ທີ່ມີຄຸນນະພາບສູງ ເຊິ່ງລ້ວນແຕ່ເກີດຈາກແນວຄິດສ້າງສັນຂອງຜູ້ເຂົ້າຮ່ວມທຸກໆຄົນ. 

1
|

ກອງປະຊຸມອອກແບບແຂ່ງຂັນຜະລິດຕະພັນສື່ກ່ຽວກັບການພັດທະນາສີຂຽວ

ເມື່ອວັນທີ 6 ສິງຫາ 2026 ທີ່ຜ່ານມາ, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ຈັດກອງປະຊຸມອອກແບບການແຂ່ງຂັນຜະລິດຕະພັນສື່ສີຂຽວ ພາຍໃຕ້ໂຄງການ GAMCIL ໂດຍໄດ້ຮັບການຮ່ວມມື ຈາກ ທ່ານ ສົມສັກ ສະກຸນຄຳ, ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວລາວ, ຊ່ຽວຊານດ້ານສື່ພາກລັດ ແລະ ຜູ້ມີປະສົບການສື່ອອນລາຍ ເພື່ອກຳນົດຫົວຂໍ້, ເງື່ອນໄຂ ແລະ ຮູບແບບການສົ່ງຜົນງານຢ່າງລະອຽດ. ພາຍຫຼັງທີສຳເລັດການປະກອບສ່ວນໃຫ້ຄຳເຫັນຕໍ່ກັບເງື່ອນໄຂການແຂ່ງຂັນແລ້ວ, ໂຄງການຈະໄດ້ປະກາດການແຂ່ງຂັນຜ່ານສື່ອອນລາຍສຳລັບພາກພົນລະເມືອງທົ່ວໄປ ແລະ ພາກອົງການຈັດຕັ້ງທາງສັງຄົມ ພ້ອມທັງແຈ້ງເຊີນໃຫ້ກັບຜູ້ເຂົ້າຮ່ວມນັກຂ່າວພາກລັດ ໄດ້ສົ່ງຜົນງານເຂົ້າມາປະກວດແຂ່ງຂັນ ແລະ ຄັດເລືອກເອົາຜົນງານທີດີເດັ່ນທິສຸດ.

1
|

ງານຜະລິດເນື້ອໃນ ແລະ ເຜີຍແຜ່ຫຼັກສູດອອນລາຍ ທີ່ເວັບໄຊ້ ຂອງສະມາຄົມນັກຂ່າວລາວ ທີ່ແຂວງຫຼວງພະບາງ

ໃນວັນທີ 24 ກໍລະກົດ 2026 ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການ ແຄຣ໌ ປະຈໍາ ລາວ ໄດ້ມາສືບຕໍ່ຈັດການຝຶກອົບຮົມ 1 ວັນເຕັມ ຢູ່ທີ່ ມະຫາວິທະຍາໄລ ສຸພານຸວົງ, ນະຄອນຫຼວງພະບາງ! ງານນີ້ໄດ້ຮັບຄວາມສົນໃຈຈາກໄວໜຸ່ມຢ່າງຄຶກຄື້ນ ເພື່ອແນະນຳຫຼັກສູດອອນລາຍຮຽນຮູ້ດ້ວຍຕົນເອງ ເທິງເວັບໄຊຂອງສະມາຄົມ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ເຊິ່ງຜູ້ທີ່ເຂົ້າຮຽນ ຈະໄດ້ເຂົ້າເຖິງຄວາມຮູ້ການລາຍງານຂ່າວບັນຫາສີຂຽວ, ການນໍາໃຊ້ດິຈິຕອນເຂົ້າໃນການຜະລິດເນື້ອໃນ, ກົດໝາຍສື່ມວນຊົນ, ການສ້າງແຄມເປນກ່ຽວກັບສິ່ງແວດລ້ອມ ແລະ ອີກຫຼາກຫຼາຍຄວາມຮູ້ທີ່ພ້ອມຈະໃຫ້ໄດ້ຮຽນ. ຜູ້ທີສຳເຂົ້າຮຽນຫຼັກສູດນີ້ສຳເລັດ ຈະສາມາດເຂົ້າໃຈເຖິງບັນຫາສິ່ງແວດລ້ອມທີ່ກຳລັງເກີດຂື້ນໃນປັດຈຸບັນ, ສາມາດຜະລິດເນື້ອໃນທີ່ດຶງດູດຜູ້ຊົມໄດ້, ຮູ້ເຕັກນິກການນຳໃຊ້ເຄື່ອງມືດິຈິຕອນຊ່ວຍໃນການຜະລິດເນື້ອໃນ, ຮູ້ກ່ຽວກັບກົດໝາຍສື່ມວນຊົນ ແລະ ທີສຳຄັນ ຈະໄດ້ຮັບໃບຢັ້ງຢືນຈາກໂຄງການ.