2
| |

ທັດສະນະສຶກສາໃຫ້ແກ່ນັກຂ່າວພາກກາງ ປະຈຳປີ 2026 ທີວັງວຽງ, ແຂວງວຽງຈັນ

ໃນວັນທີ 24-27 ມິຖຸນາ 2026 ທີ່ຜ່ານມາ, ໂຄງການ GAMCIL ໄດ້ນຳພາຕາງງໜ້ານັກຂ່າວຈາກ 4 ແຂວງພາກກາງ ແລະ ຜູ້ນໍາໃຊ້ສື່ອອນລາຍ ໄດ້ລົງພື້ນທີ່ທັດສະນະສຶກສາທີ່ ຖໍ້ານາງຟ້າ ເພື່ອສຶກສາຮຽນຮູ້ຕົວຈິງກ່ຽວກັບການເຮັດທຸລະກິດທີ່ຕິດພັນກັບການອະນຸລັກ. ຈຸດເດັ່ນຄືການໃຫ້ຊຸມຊົນມີສ່ວນຮ່ວມໃນການປົກປັກຮັກສາທຳມະຊາດ, ໄດ້ໄປເກັບຂໍ້ມູນການບໍລິຫານຈັດການຂີ້ເຫຍື້ອຢ່າງມີລະບົບ ແລະ ການພາທ່ຽວຊົມສວນທຸລຽນປອດສານພິດ ທີ່ທັງແຊບທັງປອດໄພ. ນອກຈາກການລົງພື້ນທີ່ແລ້ວ ພວກເຮົາຍັງໄດ້ຮ່ວມກິດຈະກຳລະດົມສະໝອງ, ວາງແຜນ ແລະ ຕັດສິນໃຈຮ່ວມກັນເປັນທີມ ເຊິ່ງທຸກຄົນໄດ້ຮ່ວມຖອດຖອນບົດຮຽນ ແລະ ໃຫ້ຄຳເຫັນຢ່າງກົງໄປກົງມາ ຖືເປັນການສ້າງເຄືອຂ່າຍຄົນເຮັດສື່ທີ່ມີພະລັງ ແລະ ພ້ອມທີ່ຈະຂັບເຄື່ອນສັງຄົມສີຂຽວໄປນຳກັນ.

1
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ

ໃນວັນທີ 29 ມິຖຸນາ 2026, ໂຄງການ GAMCIL ໄດ້ຈັດພິທີເປີດຊຸດຝຶກອົບຮົມຜູ້ນໍາໃຊ້ສື່ອອນລາຍທົ່ວໄປຢ່າງເປັນທາງການ ທີນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມງານໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ, ປະທານສະມາຄົມນັກຂ່າວລາວ, ທ່ານ ນາງ ຮັນນາ ບາເທວ, ຫົວໜ້າແຜນງານ ອົງການແຄຣ໌ ນານາຊາດ ປະຈຳ ເຢຍລະມັນ ແລະ ທ່ານ ພໍ ເວເບີ, ຫົວໜ້າພະແນກພັດທະນາແຜນງານ ອົງການແຄຣ໌ ນານາຊາດ ປະຈຳ ເຢຍລະມັນ ພ້ອມດ້ວຍຜູ້ເຂົ້າຮ່ວມ ແລະ ສຳມະນາກອນເຂົ້າຮ່ວມຢ່າງພ້ອມພຽງ. ຊຸດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳໃຊ້ສື່ອອນລາຍທົ່ວໄປ ໃນການສ້າງເນື້ອໃນກ່ຽວກັບບັນຫາສີຂຽວຢ່າງມີຄຸນະພາບ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່, ພ້ອມທັງສ້າງຄວາມເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ແລະ ຍຶດໝັ້ນໃນຈັນຍາບັນນັກຂ່າວເປັນຫຼັກ. ນອກຈາກນີ້, ຍັງເນັ້ນໃສ່ການຜະລິດແຄມເປນກ່ຽວກັບສິ່ງແວດລ້ອມ, ບົດບາດທາງເພດ ແລະ ການສົ່ງເສີມການມີສ່ວນຮ່ວມໃນດ້ານສິ່ງແວດລ້ອມຂອງທຸກພາກສ່ວນໃນສັງຄົມ. ໃນມື້ດຽວກັນ, ຜູ້ເຂົ້າຮ່ວມກໍໄດ້ຮຽນຮູ້ກ່ຽວກັບຈັນຍາບັນນັກຂ່າວ ແລະ ການນໍາໃຊ້ພາສາລາວໃນສື່ໃຫ້ຖືກຕ້ອງ ທີ່ນຳສະເໜີໂດຍ ສະມາຄົມນັກຂ່າວລາວ, ພ້ອມທັງເຈາະເລິກເລື່ອງບົດບາດທາງເພດ…

IMG_2498
|

ງານຝຶກທັກສະການຜະລິດເນື້ອໃນ ແລະ ການເຜີຍແຜ່ຫຼັກສູດອອນລາຍ

ໃນວັນທີ 30 ມິຖຸນາ 2026, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ແຄຣ໌ ລາວໄດ້ຈັດການຝຶກອົບຮົມ “ການຜະລິດເນື້ອໃນ ແລະ ເຜີຍແຜ່ຫຼັກສູດອອນລາຍ” ເທິງເວັບໄຊຂອງສະມາຄົມນັກຂ່າວ ຢູ່ທີ່ ສະຖາບັນ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ. ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອເຜີຍແຜ່ ຫຼັກສູດການຮຽນຮູ້ດ້ວຍຕົນເອງ ເທິງເວັບໄຊຂອງສະມາຄົມ ທີຈະໄດ້ເຂົ້າເຖິງຄວາມຮູ້ການລາຍງານຂ່າວບັນຫາສີຂຽວ, ການນໍາໃຊ້ດິຈິຕອນເຂົ້າໃນການຜະລິດເນື້ອໃນ ກົດໝາຍສື່ມວນຊົນ, ການສ້າງແຄມເປນກ່ຽວກັບສິ່ງແວດລ້ອມ ສຳລັບໃຜທີ່ສົນໃຈພັດທະນາທັກສະສື່ມວນຊົນ ແລະ ເນື້ອໃນຍຸກໃໝ່: ສາມາດເຂົ້າໄປລົງທະບຽນ ແລະ เริ่มຮຽນໄດ້ຟຣີ ເທິງເວັບໄຊໄດ້ແລ້ວມື້ນີ້!  ເຂົ້າຮຽນເລີຍທີ່: https://www.laja.la/account-1/signup/?redirect_to=https://www.laja.la/account-1

1
|

ສໍາເລັດການຝຶກອົບຮົມ “ການລາຍງານຂ່າວບັນຫາສີຂຽວ” ໃຫ້ແກ່ ຜູ້ນໍາໃຊ້ສື່ອອນລາຍທົ່ວໄປ ພາຍໃຕ້ໂຄງການ GAMCIL

ໃນວັນທີ 03 ກໍລະກົດ 2026, ນ້ອງໆຜູ້ເຂົ້າຮ່ວມທຸກຄົນໄດ້ທຸ້ມເທທັງແຮງກາຍ ແລະ ແຮງໃຈໃນການຮຽນຮູ້. ແລະ ມື້ນີ້ກໍເປັນມື້ສຸດທ້າຍທີ່ເຕັໄປດ້ວຍຄວາມຄຶກຄັກ! ເພາະເປັນມື້ທີ່ນ້ອງໆໄດ້ປ່ອຍຂອງ ແລະ ສະແດງຜົນງານການຜະລິດ ໂປສເຕີ້ ແລະ ວິດີໂອແຄມເປນ ທີ່ສະທ້ອນເຖິງບັນຫາສິ່ງແວດລ້ອມທີ່ກຳລັງເກີດຂຶ້ນໃນປັດຈຸບັນອອກມາໄດ້ຢ່າງໜ້າສົນໃຈ ແລະ ມີພະລັງ. ພາຍຫຼັງສຳເລັດການເຂົ້າຮ່ວມຝຶກອົບຮົມແລ້ວ, ຜູ້ເຂົ້າຮ່ວມສາມາດຜະລິດເນື້ອໃນກ່ຽວກັບບັນຫາສິ່ງແວດລ້ອມ ໂດຍການນຳໃຊ້ບົດຮຽນທີ່ໄດ້ຮຽນມາ ເຂົ້າຊ່ວຍ ໂດຍສະເພາະແມ່ນການຜະລິດບົດເລື່ອງ, ການນຳໃຊ້ປັນຍາປະດິດຊ່ວຍໃນການຮຽບຮຽງເນື້ອໃນໃຫ້ໜ້າສົນໃຈ ແລະ ການນຳໃຊ້ພາສາລາວໄດ້ຢ່າງຖືກຕ້ອງ.

7
|

ຝຶກອົບຮົມການລາຍງານຂ່າວບັນຫາສີຂຽວໃຫ້ແກ່ນັກຂ່າວ 4 ແຂວງພາກໃຕ້ ແລະ 2 ແຂວງພາກກາງ

ໃນວັນທີ 9-10 ກໍລະກົດ 2026, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ສືບຕໍ່ຈັດຊຸດຝຶກອົບຮົມການລາຍງານຂ່າວບັນຫາສີຂຽວ ໃຫ້ແກ່ຕາງໜ້າສື່ມວນຊົນຈາກ 4 ແຂວງພາກໃຕ້ ແລະ 2 ແຂວງພາກກາງ ພາຍໃຕ້ໂຄງການ GAMCIL ທີ່ ທ່າແຂກ, ແຂວງຄຳມ່ວນ. ການຝຶກອົບຮົມໃນຄັ້ງນີ້ ແມ່ນໃຫ້ກຽດເປັນປະທານເປີດໂດຍ ທ່ານ ນວນຕາ ແກ້ວນະວົງ, ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ບົວຄຳ ດວງປັນຍາ, ຫົວໜ້າໂຄງການ GAMCIL. ຝຶກອົບຮົມໃນຄັ້ງນີ້ແມ່ນເນັ້ນໃສ່ ຄວາມເຂົ້າໃຈກ່ຽວກັບບົດບາດຍິງ-ຊາຍ ເພື່ອໃຫ້ການນຳສະເໜີຂ່າວມີຄວາມກວມລວມ ແລະ ເທົ່າທຽມ, ການສົ່ງເສີມສຽງຂອງທຸກກຸ່ມຄົນໃນສົງຄົມ ແລະ ເພື່ອສ້າງຈິດສຳນຶກ ແລະ ກະຕຸ້ນໃຫ້ສັງຄົມຫັນມາໃສ່ໃຈກັບບັນຫາສີຂຽວຢ່າງຍືນຍົງ. ຫຼັງຈາກຈົບຊຸດຝຶກອົບຮົມຄັ້ງນີ້, ຄາດວ່າຕາງໜ້າສື່ມວນຊົນທັງ 6 ແຂວງ ຈະສາມາດຍົກລະດັບຂີດຄວາມສາມາດ ໃນການຜະລິດ ແລະ ນຳສະເໜີຂ່າວສານ ທີ່ບໍ່ພຽງແຕ່ສະທ້ອນເຖິງບັນຫາສິ່ງແວດລ້ອມ (ບັນຫາສີຂຽວ) ເທົ່ານັ້ນ, ແຕ່ຍັງສາມາດສອດແຊກ…