|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ໂຮງງານບຳບັດນໍ້າ Deep C Blue

ໃນວັນທີ 15 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ນໍາພາຕົວແທນຜູ້ເຂົ້າຮ່ວມ 10 ທ່ານ ຈາກໂຄງການ GAMCIL ທັດສະນະແລກປ່ຽນ ທີ່ ໂຮງງານບຳບັດນໍ້າ Deep C Blue ທີ່ເມືອງ ໄຮ່ຟ່ອງ ປະເທດຫວຽດນາມ ເພື່ອເປີດໂລກການຮຽນຮູ້ທີ່ໜ້າຕື່ນເຕັ້ນ! ນີ້ບໍ່ແມ່ນພຽງແຕ່ການທັດສະນະທຳມະດາ, ແຕ່ແມ່ນການເຂົ້າໄປສຳຜັດກັບ ນະວັດຕະກຳສີຂຽວ ທີ່ກ້າວໜ້າ ເເລະ ທັນສະໄໝ. ຜູ້ເຂົ້າຮ່ວມ ໄດ້ເຂົ້າຮ່ວມການສຶກສາຢ່າງເລິກເຊິ່ງກ່ຽວກັບ ໂຮງງານບຳບັດນ້ຳເປື້ອນສູນກາງຂະໜາດໃຫຍ່, ໄດ້ເຫັນຂັ້ນຕອນການເຮັດວຽກທີ່ລະອຽດ, ເຊິ່ງສາມາດປ່ຽນນ້ຳເປື້ອນທີ່ປ່ອຍອອກມາຈາກໂຮງງານ, ຄົວເຮືອນ, ຮ້ານຄ້າ ໃຫ້ກາຍເປັນ ນ້ຳທີ່ໃສສະອາດ ແລະ ສາມາດນຳມາໃຊ້ຄືນໄດ້ ໂດຍໃຊ້ເຕັກໂນໂລຢີທີ່ມີປະສິດທິພາບສູງ. ນອກຈາກນັ້ນ, ທາງໂຮງງານຍັງໄດ້ນຳພາຢ້ຽມຊົມສວນກ້າເບ້ຍໄມ້, ພຶດຜັກຊະນິດຕ່າງໆ, ສວນສາທາລະນະສຳລັບພະນັກງານໃນໂຮງງານ ແລະ ສຶ້ນສຸດທີ່ກັງຫັນລົມຂະໜາດໃຫຍ່ ທີ່ໃຊ້ສຳລັບຜະລິດໄຟຟ້າ ເພື່ອໃຊ້ພາຍໃນໂຮງງານ. ນີ້ຄືສິ່ງທີ່ຢັ້ງຢືນວ່າ ໂຮງງານບຳບັດນໍ້າເປື້ອນ Deep C Blue ໄດ້ມີສ່ວນຮ່ວມໃນການຄຸ້ມຄອງສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ….

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ

ໃນວັນທີ 12 ທັນວາ 2025, ພາຍໃຕ້ບັນຍາກາດທີ່ຕື່ນເຕັ້ນ ແລະ ເຕັມໄປດ້ວຍການຮຽນຮູ້, ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ລາວ ໄດ້ນຳພາຕົວແທນ 10 ທ່ານ ຈາກໂຄງການ GAMCIL ເຂົ້າຢ້ຽມຢາມ ຫ້ອງທົດລອງຄົ້ນຄວ້າມົນລະພິດໄມໂຄຣພລາສຕິກ ອັນເປັນຈຸດຍຸດທະສາດ ທີ່ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຢີ ຮ່າໂນ້ຍ. ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງທ່ານ ນາງ ມາຍ ເຮືອງ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງ USTH, ໄດ້ເປັນຜູ້ເປີດໂປງຄວາມລັບທີ່ຢູ່ເບື້ອງຫຼັງການຄົ້ນຄວ້າວ່າ: • ໄມໂຄຣພລາສຕິກ: ໄພຂົ່ມຂູ່ທີ່ເບິ່ງບໍ່ເຫັນ! ທ່ານ ນາງ ມາຍ ເຮືອງ ໄດ້ເວົ້າວ່າ ອະນຸພາກພລາສຕິກຂະໜາດນ້ອຍເຫຼົ່ານີ້ ກໍາລັງສ້າງຄວາມເສຍຫາຍຮ້າຍແຮງຕໍ່ມະນຸດ ແລະ ສິ່ງແວດລ້ອມຢ່າງຫຼາຍ. ການຢ້ຽມຢາມຄັ້ງນີ້ ແມ່ນການເເລກປ່ຽນທີ່ສຳຄັນທີ່ສຸດ ເພື່ອນຳເອົາຄວາມຈິງທາງວິທະຍາສາດໄປສູ່ຊຸມຊົນ. ທາງ USTH ຢືນຢັນວ່າ ການແກ້ໄຂບັນຫາສິ່ງແວດລ້ອມ ຕ້ອງເລີ່ມຕົ້ນດ້ວຍການຕື່ນຕົວ…

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສຳນັກຂ່າວສານອອນລາຍ VietnamPlus

ໃນພາກບ່າຍ ຂອງວັນທີ 11 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ສຶບຕໍ່ນຳພາຄະນະຜູ້ເຂົ້າຮ່ວມຈາກ ສປປ ລາວ ສືບຕໍ່ທັດສະນະສຶກສາທີ່ VietnamPlus, ສຳນັກຂ່າວອອນລາຍຊັ້ນນຳຂອງຫວຽດນາມ. ການແລກປ່ຽນຄວາມຮູ້ໃນຄັ້ງນີ້ໄດ້ຮັບກຽດຈາກ ທ່ານ ເຈິ່ນ ຈ້ຽນ ຢ້ວນ, ຫົວໜ້າບັນນາທິການໜັງສືພິມອອນລາຍ VietnamPlus, ໄດ້ໃຫ້ກຽວເປັນປະທານ ໃນກອງປະຊຸມ ເເລະ ຕ້ອນຮັບຢ່າງອົບອຸ່ນ. ພ້ອມກັນນີ້, ທ່ານ ຫວໍ ເເມ້ງ ກໍໄດ້ເປັນຜູ້ບັນຍາຍບົດຮຽນ ແລະ ຕອບຄຳຖາມແລກປ່ຽນກັບບັນດາຜູ້ຕາງໜ້າຈາກ ສປປ ລາວ. ນອກຈາກນີ້ຍັງໄດ້ສຶກສາການເຮັດວຽກຕົວຈິງຂອງຫ້ອງການຂ່າວອອນລາຍ, ໂດຍສະເພາະແມ່ນການຜະລິດ ສື່ທີ່ຫຼາກຫຼາຍຮູບແບບ (Multimedia) ແລະ ວິທີການຈັດການຂ່າວສານທີ່ເນັ້ນວິທີການຈັດການຂ່າວສານເພື່ອໃຫ້ເຂົ້າເຖິງຜູ້ຊົມໃນເວທີຕ່າງໆຢ່າງມີປະສິດທິພາບ. ປະສົບການທີ່ໄດ້ຮັບຈາກ VietnamPlus ນີ້ມີຄວາມສຳຄັນຢ່າງຍິ່ງໃນການເປີດມູມມອງໃໝ່ ກ່ຽວກັບການຫັນປ່ຽນສື່ມວນຊົນພື້ນເມືອງໄປສູ່ຍຸກດິຈິຕອລຢ່າງມີປະສິດທິພາບ. VietnamPlus ຖືກຍົກໃຫ້ເຫັນວ່າເປັນຕົວຢ່າງທີ່ດີເດັ່ນຂອງການນຳໃຊ້ ນະວັດຕະກຳ ແລະ ເທັກໂນໂລຢີໃໝ່ໆ ເຂົ້າໃນການຜະລິດຂ່າວໃນຍຸກດິຈິຕອລ. ເຊິ່ງບົດຮຽນຈາກສຳນັກຂ່າວອອນລາຍຊັ້ນນຳນີ້ ຈະກາຍເປັນພື້ນຖານອັນລ້ຳຄ່າໃຫ້ແກ່ການພັດທະນາວຽກງານສື່ມວນຊົນຂອງລາວໃນອະນາຄົດຜ່ານການຜັນຂະຫຍາຍສືບຕໍ່ຂອງຜູ້ຕາງໜ້າຈາກ ສປປ ລາວ…

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສະຖານີໂທລະພາບແຫ່ງຊາດຫວຽດນາມ

ວັນທີ 11 ທັນວາ 2025, ສະມາຄົມນັກຂ່າວລາວ ແລະ ອົງການແຄຣ໌ ລາວ ໄດ້ສືບຕໍ່ພາລະກິດໃນການຍົກລະດັບສື່ມວນຊົນລາວ ດ້ວຍການນໍາພາຕົວແທນຜູ້ເຂົ້າຮ່ວມ ພາຍໃຕ້ໂຄງການ GAMCIL ທັດສະນະສຶກສາຢ່າງເປັນທາງການທີ່ສະຖານີໂທລະພາບແຫ່ງຊາດຫວຽດນາມ VTV. ການທັດສະນະຄັ້ງນີ້ ເນັ້ນໃສ່ການເຂົ້າເຖິງປະສົບການຕົວຈິງໃນການຜະລິດສື່ມວນຊົນມາດຕະຖານສາກົນ. ໃນໂອກາດນີ້, ທາງຄະນະໄດ້ຮັບກຽດຈາກ ທ່ານ ນາງ Nguyễn Thị Kim Hoa, ຮອງຫົວໜ້າພະແນກວິທະຍາສາດ ແລະ ການສຶກສາໂທລະພາບຫວຽດນາມ (VTV), ເຊິ່ງໄດ້ໃຫ້ກຽດໃນການເປັນ ປະທານ ໃນການແລກປ່ຽນບົດຮຽນໃນຄັ້ງນີ້. ພວກເຮົາໄດ້ສຶກສາການຈັດການການຖ່າຍທໍາລາຍການໃຫຍ່ເຊັ່ນ: Olympia, ພ້ອມທັງເຂົ້າຊົມການເຮັດວຽກຂອງລະບົບຄວບຄຸມສຽງ-ພາບທີ່ທັນສະໄໝ. ມີການແລກປ່ຽນບົດຮຽນໂດຍກົງກັບນັກຂ່າວ ແລະ ຜູ້ຜະລິດສາລະຄະດີຂອງ VTV ໂດຍສະເພາະດ້ານ ສິ່ງແວດລ້ອມ, ເຊິ່ງໄດ້ເປີດມູມມອງໃໝ່ໃນການນໍາສະເໜີເນື້ອໃນທີ່ສຳຄັນ. ປະສົບການອັນລ້ຳຄ່ານີ້ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາຄວາມສາມາດ ແລະ ວິໄສທັດຂອງບຸກຄະລາກອນສື່ມວນຊົນລາວ.

|

ໂຄງການ GAMCIL ຢ້ຽມຢາມ ແລະ ແລກປ່ຽນບົດຮຽນກັບ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ

ວັນທີ 10 ທັນວາ 2025, ສະມາຄົມນັກຂ່າວ ແລະ ອົງການແູຄຣ໌ ລາວ ໄດ້ນຳພາຕົວແທນຜູ້ເຂົ້າຮ່ວມໂຄງການທັງໝົດ 10 ທ່ານ ເຂົ້າຮ່ວມແລກປ່ຽນບົດຮຽນກັບ ວິທະຍຸກະຈາຍແຫ່ງຊາດ ຫວຽດນາມ. ຈຸດປະສົງກໍເພື່ອແລກປ່ຽນບົດຮຽນຮ່ວມກັບນັກຂ່າວທີມີປະສົບການກ່ຽວກັບການລາຍງານຂ່າວສະພາບດິນຟ້າອາກາດ, ການຜະລິດສາລະຄະດີສັດປ່າ, ການກຳນົດໂຄງສ້າງຂອງຂ່າວທີຈະລາຍງານ, ການສ້າງບົດຂ່າວໃຫ້ໜ້າສົນໃຈ ແລະ ການສ້າງສະຕໍລີບອດ ເພື່ອຜະລິດບົດຂ່າວວິດີໂອ.  ຮຽນຮູ້ກ່ຽວກັບການລາຍງານຂ່າວ ແລະ ການຈັດການລະບົບຂ່າວຢ່າງມີປະສິດທິພາບ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ເຂົ້າຢ້ຽມຊົມສະຖານທີເຮັດວຽກ ແລະ ຫ້ອງອັດລາຍການຂອງສະຖານີ ເຊິ່ງນີ້ເປັນອີກຄວາມໝາຍໜຶ່ງທີຈະຊ່ວຍເຮັດໃຫ້ຜູ້ເຂົ້າຮ່ວມໄດ້ນຳເອົາທັກສະ ແລະ ມູມມອງໃໝ່ໆຈາກການທັດສະນະໃນຄັ້ງນີ້ມາພັດທະນາໃນຂະແໜງການຂອງຕົນເອງ.